ຊາວກະສິກອນຫວຽດນາມດີເດັ່ນ ປີ2015 ຈະໄດ້ຮັບການເຊີດຊູໃນມໍ່ໆນີ້

ຊາວກະສິກອນຫວຽດນາມດີເດັ່ນ ປີ2015 ຈະໄດ້ຮັບການເຊີດຊູໃນມໍ່ໆນີ້ - ảnh 1
ພິທີ​ເຊີດ​ຊູ ​ແລະ ມອບ​ນາມມະຍົດ ຊາວ​ກະສິກອນ ຫວຽດນາມ
ທີ່ດີ​ເດັ່ນ​ປີ 2015” ຈະ​ດຳ​ເນີນ​ໃນ​ວັນ​ທີ 14/10 ຢູ່​ຮ່າ​ໂນ້ຍ
(ພາບ:vietq.vn)

(vovworld) – “ພິທີ​ເຊີດ​ຊູ ​ແລະ ມອບ​ນາມມະຍົດ ຊາວ​ກະສິກອນ ຫວຽດນາມ ທີ່ດີ​ເດັ່ນ​ປີ 2015” ຈະ​ດຳ​ເນີນ​ໃນ​ວັນ​ທີ 14/10 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຂ້ໍ​ມູນ​ຂ່າວ​ໂດຍ​ຄະນະ​ຈັດ​ຕັ້ງລາຍການ ​ເອກອ້າງ​ທະ​ນົງ​ໃຈ​ຊາວ​ກະສິກອນ​ ຫວຽ​ດນາມ ​ໃຫ້​ຮູ້ທີ່​ການ​ປະຊຸມ​ຂ່າວ​ເຊິ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/10 ຢູ່​ຮ່າ​ໂນ້ຍ. ຕາມ​ນັ້ນ, ຄະນະ​ຈັດ​ຕັ້ງ​ຈະ​ເຊີດ​ຊູ​ຊາວ​ກະສິກອນ 63 ຄົນ ​ໄດ້​ຮັບ​ນາມມະຍົດ “ຊາວ​ກະສິກອນ ຫວຽດນາມ ທີ່​ດີ​ເດັ່ນ​ປີ 2015”, ​ເພື່ອ​ແນ​ໃສ່​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງຊາວ​ກະສິກອນ ຫວຽດນາມ ​ໃນ​ວິວັດ​​ແຫ່ງການ​ກໍ່ສ້າງ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ພິ​ເສດ​ໃນ​ໄລຍະ​ປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງ​ ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ໂລກ​.

 

ຂ່າວ/ບົດ​ອື່ນ