ຊາວ​ກາ​ນາ​ດາຫຼາຍກວ່າ 2000 ຄົນ ເລ​ືອກ​ນະ​ຄອນ ໂຮ່​ຈິ​ມິນ ເປັນ​ບ່ອນ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ

(VOVWORLD) -“ວົງຄານາຍາດຊາວ ການາດາ ຫຼາຍກວ່າ 2000 ຄົນ ຢູ່ນະຄອນ ໂຮ່ຈິມິນ ໄດ້ ແລະ ກຳລັງສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ລະຫວ່າງ ນະຄອນ ໂຮ່ຈິມິນ ແລະ ການາດາ, ພິເສດແມ່ນ toronto - ທ້ອງຖິ່ນທີ່ມີສາຍພົວພັນຮ່ວມມືມິດຕະພາບກັບນະຄອນ ໂຮ່ຈິມິນ”. 

ນັ້ນແມ່ນການຢັ້ງຢືນຂອງການນຳນຄອນໂຮ່ຈິມິນ ກ່າວທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ການາດາ ຄົບຮອບ 45 ປີ (21 ສິງຫາ 1973 – 21 ສິງຫາ 2018), ໄດ້ດຳເນີນໃນຕອນເຊົ້າຂອງວັນທີ 21 ສິງຫາ.

ນັບແຕ່ມື້ ສ້າງຕັ້ງສາຍພົວພັນທາງການທູດ ກ່ອນໜ້ານີ້ 45 ປີ, ໂດຍສະເພາະແມ່ນຫຼັງຈາກຍົກລະດັບການພົວພັນຂື້ນເປັນຄູ່ຮ່ວມມືຍຸດສາດ ໃນປີ 2017, ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ການາດາ ກໍ່ໄດພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ນັບແຕ່ການເມືອງ, ການທູດ, ການຄ້າ, ການລົງທຶນ ຕະຫຼອດຮອດການສຶກສາ. ປັດຈຸບັນ ຫວຽດນາມເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ການາດາໃນອາຊຽນ; ສ່ວນຢູ່ນະຄອນ ໂຮ່ຈິມິນ, ການາດາ ກຳລັງເປັນນັກລົງທຶນຕ່າງປະເທດຈັດອັນດັບທີ 21 ໂດຍມີ 71 ໂຄງການ, ລວມມູນຄ່າການລົງທຶນ 111 ລ້ານ ໂດລາສະຫະລັດ.

ຕີລາຄາສູງຄວາມສຳຄັນຂອງການພົວພັນຮ່ວມມື ລະຫວ່າງ ການາດາ ແລະ ຫວຽດນາມ, ທ່ານ Kyle Nunas, ຫົວໜ້າສະຖານກົງສຸນ ການາດາ ປະຈຳນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ: ນັບແຕ່ ປີ 1990 ມາຮອດປັດຈຸບັນ, ການາດາ ໄດ້ສະໜອງການອຸປະຖຳໃຫ້ແກ່ຫວຽດນາມ ຫຼາຍກວ່າ 1,5 ຕື້ USA ເພື່ອໜູນຊ່ວຍຫວຽດນາມໃນວຽກງານຫຼຸດຜ່ອນຄວາມທຸກຍາກ, ຫັນໄປສູ່ເປົ້າໝາຍພັດທະນາແບບຍືນຍົງ. ຈຳນວນຊາວຫວຽດນາມ ກວ່າ 14000 ຄົນ ດຳລົງຊີວິດ ແລະ ຮ່ຳຮຽນຢູ່ການາດາ ກຳລັງເພີ່ມຂຶ້ນ ຈະເປັນຂົວຕໍ່ທີ່ສຳຄັນ, ປະກອບສ່ວນເພິ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ນຳການພົວພັນລະຫວ່າງປະຊາຊົນ ສອງປະເທດ ນັບມື້ກ້າວເຂົ້າສູ່ລວງເລິກ./

ຕອບກັບ

ຂ່າວ/ບົດ​ອື່ນ