ຊາວຂະແມຕ້ອນຮັບງານບຸນSenĐol-ta ເບີກບານມ່ວນຊື່ນ

ຊາວຂະແມຕ້ອນຮັບງານບຸນSenĐol-ta ເບີກບານມ່ວນຊື່ນ - ảnh 1

ຊາວ​ຂະ​​ແມ​ຕ້ອນ​ຮັບ​ງານ​ບຸນSenĐol-ta​ເບີກ​ບານ​ມ່ວນ​ຊື່ນ

(ພາບ: vovgiaothong.vn)

(vovworld) – ​​ໃນ​ຊຸມມື້ນີ້, ຊາວ​ຂະ​ແມ​ກ່​ວາ 1 ລ້ານ​ຄົນ​ຢູ່​ບັນ​ດາ​ແຂວງ​ພາກ​ໃຕ້​ພວມ​ຕ້ອນ​ຮັບ​ງານ​ບຸນ Sen Đol-ta ໃນ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ.

        ປີນີ້, ສຳ​ລັບ​ຊາວ ຂະ​ແມ​ຢູ່​ບ້ານ ຣາກ​ແຊນ, ​ຕາ​ແສງ ແທ້ງ​ຟູ໋, ເມືອງ ໝີ້ຊວຽນ, ແຂວງ ຊອກ​ຈັງ, ມີ​ຄວາມ​ເບີກ​ບານ​ມ່ວນ​​ຍ້ອນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ກັບ​ເສັ້​ນ​ທາງຫຼວງ 1A, ເຊິ່ງ​ແມ່ນ​ຄວາມ​ມຸ່ງ​ຫວັງ​ແຕ່​ດົນ​ນານ​ມາ​​ແລ້ວຂອງ 300 ຄອບ​ຄົວ​ຊາວ​ຂະ​​ແມຢູ່​ທີ່ນີ້​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ງານ​ບຸນ​​ປະ​ເພ​ນີ. ສ່ວນຢູ່​ບ້ານ ແບ​ດ​ຕົນ, ຕາ​ແສງ ຟູ໋​​ໝີ້, ເມືອງ ​ໝີ້​ຕູ໋, ພໍ່​ແມ່​ປະ​ຊາ​ຊົນ​ພວມ​ຕ້ອນ​ຮັບ​ງານ​ບຸນ Sen Đol-ta ໃນ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​. ດອກ​ໄຟ​ເກືອບ 150 ດອກ, ພ້ອມ​ກັບ​ເສົາ​ເປ​ຕົງ 58 ​ເສົາ​ໂດຍປະ​ຊາ​ຊົນ​ທ້ອງ​ຖີ່ນ​ສ້າງ​ຂຶ້ນ ແລະ ຕິດ​ຕັ້ງ​ດ້ວຍຍອດ​ຈຳ​ນວນ​ເງິນ 100 ລ້ານ​ດົ່ງ. ພະ​ອາ​ຈານ ຕັງ​ໂນ, ຮອງ​ປະ​ທານ​ສະ​ມາ​ຄົມ​ສາ​ມັກ​ຄີພະ​ສົງ​ຮັກ​ຊາດ​ແຂວງ ຊອກ​ຈັງ, ໃຫ້​ຮູ້​ວ່າ:

        “ພັກ, ລັດ​ໄດ້​ຊ່ວຍ​ເຫຼືອ​ປະ​ຊາ​ຊົນຫຼາຍ​ຢ່າງ, ຄືກໍ່​ສ້າງ​ເຮືອນ​ໃຫ້​ຄົນ​ທຸກ​ຍາກ, ໃຫ​້​ກູ້​ຢືມ​ທຶນ​ເພື່ອທຳ​ມາ​ຫາ​ກິນ, ​ປົວ​ແປງຊີ​ວິດ​ການ​ເປັນ​ຢູ່​. ຄື​ພວກ​ເຮົາ​ໄດ້​ຮູ້​ແລ້ວ​ວ່າ, ກ່ອນ​ນີ້, ເມື່ອ​​ປະ​ເທດ​ຊາດຫາກໍ່​​​ໄດ້​ຮັບ​ການປົດ​ປ່ອຍ​, ເຮືອ​ນ​ຊານ​​ສ່ວນຫຼາຍພຽງ​ແຕ່​ໄດ້​ກໍ່​ສ້າງ​ດ້ວຍ​ໄມ້, ​ແຕ່ມາ​ຮອດ​ປະ​ຈຸ​ບັນ, ເຮືອນ​ຊານ​ໄດ້​ຮັບ​ການກໍ່​ສ້າງ​​ແບບຖາ​ວອນ, ຊີ​ວິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ນັ​ບມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.”



ຂ່າວ/ບົດ​ອື່ນ