ຊາວຜູ້ອອກແຮງງານກ່ວາ 60.800 ຄົນໄປເຮັດວຽກຢູ່ຕ່າງປະເທດໃນ 6 ເດືອນຕົ້ນປີ

(VOVWORLD) - ໃນ 6 ເດືອນຕົ້ນປີ 2018, ທົ່ວປະເທດໄດ້ສົ່ງຊາວຜູ້ອອກແຮງງານກ່ວາ 60.800 ຄົນໄປເຮັດວຽກຢູ່ຕ່າງປະເທດ, ເທົ່າກັບ 106% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຊາວຜູ້ອອກແຮງງານກ່ວາ 60.800 ຄົນໄປເຮັດວຽກຢູ່ຕ່າງປະເທດໃນ 6 ເດືອນຕົ້ນປີ - ảnh 1  ທ່ານ ຫງວຽນຢາລຽມ ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ - ທະຫານເສຍອົງຄະ - ສັງຄົມ ຫວຽດນາມ

ໃນ 6 ເດືອນຜ່ານມາ, ບາງຕະຫລາດແຮງງານຕົ້ນຕໍ ຊຶ່ງຊາວຜູ້ອອກແຮງງານ ຫວຽດນາມ ສືບຕໍ່ມຸ່ງໄປເຖິງ ນັ້ນແມ່ນ: ໄຍ້ຫວັນ (ຈີນ) ກ່ວາ 30.800 ຄົນ; ຖັດຈາກມາແມ່ນຕະຫລາດ ຍີ່ປຸ່ນ, ສ.ເກົາຫຼີ ແລະ ອາຣັບບິ ຊະອຸດິ…

        ທ່ານ ຫງວຽນຢາລຽມ ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ - ທະຫານເສຍອົງຄະ - ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

        “ຜັນຂະຫຍາຍບັນດາມາດຕະການໃຫ້ແກ່ 6 ເດືອນທ້າຍປີ, ທາງກົມສືບຕໍ່ປັບປຸງລະບອບລະບຽບການ, ໃນນັ້ນ ມີການສ້າງສຳເນົາກ່ຽວກັບການປັບປຸງກົດໝາຍວ່າດ້ວຍການນຳແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດປີ 2007. ນອກນັ້ນ, ພວກຂ້າພະເຈົ້າຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການໜູນຊ່ວຍຊາວຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດຢູ່ບາງທ້ອງຖິ່ນ. ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມກັບຕ່າງປະເທດຄື: ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ຍີ່ປຸ່ນ ແລະ ແຮງງານໃນຍາມພັກຜ່ອນຢູ່ ອົດສະຕາລີ”.

ຕອບກັບ

ຂ່າວ/ບົດ​ອື່ນ