ຊາວຫວຽດນາມຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປະຈຳຊາດ

ຊາວຫວຽດນາມຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 1
ຊາວ ຫວຽດນາມ ອາໄສຢູ່ລາວ ຕອນຮັບບຸນປີໃໝ່
(ພາບປະກອບ ຈາກ dantri.com.vn)


(vovworld) -​ ວັນ​ທີ 30/1, ຢູ່​ນະຄອນ​ວຽງ​ຈັນ. ທູດ​ການ​ທະຫານ​ຫວຽດນາມ ປະຈຳ​ລາວ ​ໄດ້ຈັດ​ພິທີ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່. ບັນດາ​ເພື່ອນ​ລາວ​ພ້ອມ​ກັບ​ພາລະ​ກອນ​ສະຖານທູດ​ຫວຽດນາມ​ໄດ້​ຮັບ​ປະທານ​ອາຫານ​ໃນ​ຄວາມ​ອົບ​ອູ່​ນ, ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ລົດຊາດຂອງ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ; ກໍ່​ຄື​ໄດ້​ຊົມ​ບັນຍາກາດຕ້ອນຮັບ​ບຸນປີ​ໃໝ່​ຢູ່​ຫວຽດນາມ​ຜ່ານ​ໂທລະພາບ ​​ແລະ ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສາຍ​ໃຈ​ຫວຽດນາມ - ລາວ.

        ​ໃນ​ໂອກາດບຸນ​ປີ​ໃໝ່​ປະຈຳ​ຊາດຫວຽ​ດນາມ ​ແລະ​ສະ​ເຫຼີ​ມສະຫຼອງ 84 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ວັນ​ທີ 30/1, ສະຖານທູດ​ຫວຽດນາມ​ທີ່​ນະຄອນຫຼວງ​ປາ​ຣີ, ຝລັ່ງ ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ. ພາຍຫຼັງ​ລາຍການ​ສະ​ແດງ​ສິລະ​ປະ, ປະຊາ​ຄົມ​ຊາວ​ຫວຽດນາມ ​ແລະ ​ເພື່ອນ​ມິດ​ຝລັ່ງ ​ໄດ້​ພ້ອມ​ກັນ​ຮັບ​ປະທານ​ອາຫານ​ພື້ນ​ເມືອງ​ຫວຽດນາມ ​ແລະ ອວຍພອນ​ກັນ​ປະສົບ​ແຕ່​ສິ່ງ​ທີ່​ຈົບງາມ, ອວຍພອນ​ໃຫ້​ນຳ້​ໃຈ​ມິດຕະພາບ​ຫວຽດນາມ - ຝລັ່ງນັບ​ມື້​ນັບ​ໝັ້ນຄົງ​ກວ່າ​ເກົ່າ.

ຂ່າວ/ບົດ​ອື່ນ