ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມື່ອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ

ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມື່ອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ - ảnh 1
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 05/02, ແຂວງ ໄຕ​ນິງ ໄດ້​ຈັດ​ການ​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ຕ່າງ​ປະ​ເທດກວ່າ 50 ຄົນ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ວອກ 2016. ທີ່​ການ​ພົບ​ປະ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫງວຽນ​​ແທງຫງອກ ໄດ້​​ແນະ​ນຳ​ໂດຍ​ສັງ​ເຂບ​ສະ​ພາບ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ໄຕ​ນິງ ໃນ​ປີ 2015. ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫງວຽນ​​ແທງຫງອກ ໄດ້​ສົ່ງ​ຄຳ​ອ​ວຍ​ພອນ​ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ບັນ​ລຸ​ຜົນ​ສຳ​ເລັດ​ໃນວຽກ​ງານ​ຂອງ​ຕົນ ເຖິງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແຂວງ​ໄຕ​ນິງ ​ໝົດ​ທຸກ​ຄົນ.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ແຂວງ​ເບັ໋ນ​ແຈ ໄດ້​ຈັດ​ການ​ພົບ​ປະ​ທີ່​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ການ​ນຳ​ແຂວງ​ກັບ​ຊາວ​ຫວຽດ​ນາມ ແລະ ຍາດ​ຕິ​ພີ່​ນ້ອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸ​ນ​ເຕັດ. ທ່ານ ຫງວຽນ​ຮືວ​ເຟື໋ອກ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເບັ໋ນ​ແຈ ໄດ້​ຮຽ​ກ​ຮ້ອງ​ໃຫ້​ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ກອບ​ກຳ​ລັງ​ແຮງ, ຂໍ້​ລິ​ເລີມ​ເພື່ອ​ປະ​ກອບ​ສ່ວນ​ສ້າງ​ສາ​ບ້ານ​ເກີດ​ເມື​ອງນອນ.

ຂ່າວ/ບົດ​ອື່ນ