ຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ1.000ຄົນຈະເຂົ້າຮ່ວມລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ

ຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ1.000ຄົນຈະເຂົ້າຮ່ວມລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ - ảnh 1
ລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ​ປີ 2014

(vovworld) – ​​​​​​ຕອນ​ເຊົ້າ​ວັນ​ທີ 30/1, ຢູ່​ນະ​ຄອນ ໂຮ​່​ຈີ​ມິນ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ​ໄດ້​ຈັ​ດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ລາຍ​ການ​ພົບ​ປະ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດເນື່ອງ​ໃນ​ໂອ​ກາດ ລະ​ດູ​ບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ​ປີ 2015. ຄາດ​ວ່າ​ມີ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 800 – 1.000 ຄົນ​​ຈະເຂົ້າ​ຮ່ວມ​ເຫດ​ການນີ້.

        ໃນ​ລາຍ​ການນີ້, ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຈະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ຢ້ຽມ​ຢາມ ອຸ​ໂມງ ກູ້​ຈີ, ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ “ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ”.

 


ຂ່າວ/ບົດ​ອື່ນ