ຊາວອົບພະຍົບປະມານ 1.200 ຄົນຖືກກູ້ເອົາຊີວິດຢູ່ທະເລ ເມດີເຕຣາເນ

ຊາວອົບພະຍົບປະມານ 1.200 ຄົນຖືກກູ້ເອົາຊີວິດຢູ່ທະເລ ເມດີເຕຣາເນ - ảnh 1
ຊາວ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍ ຢູ່​ສະ​ໜາມ​ບິນ​ສາ​ກົນ Mitiga ທີ່ Tripoli ​ໃນ​ວັນ​ທີ 14/2. 
(ພາບ:AFP/TTXVN)

(vovworld) – ​ທ້າຍ​ອາ​ທິດ​ຜ່ານ​ມາ, ບັນ​ດາ​ກ່ຳ​ປັ່ນ​​ກູ້​ໄພ​ກູ້​ຊີບ​ມະ​ນຸດ​ສະ​ທຳ ໄດ້​ກູ້​ເອົາ​ຊີ​ວິດ​​ຊາວ​ອົບ​ພະ​ຍົບ​ປະ​ມານ 1.200 ຄົນ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພວມ​ຊອກ​ຫາ​ວິ​ທີ​​ຂ້າມ​ທະ​ເລ ມາ​ດີ​ເຕ​ຣາ​ເນ ໄປ​ຍັງ ອີ​ຕາ​ລີ ໃນ​​ເຮືອ​ລຳ​ນ້ອຍ. ອົງ​ການ “ບັນ​ດ​າ​ທ່ານ​ໝໍ​ບໍ່​ມີ​ພົມ​ແດນ” ໃຫ້​ຮູ້​ວ່າ: ແມ່​ຍິງ​ຜູ້​ໜຶ່ງ ໃນ​​ເຮືອ​ຂົນ​ສົ່ງ​ຊາວ​ອົບ​ພະ​ຍົບ​ຖືກສະ​ຫລົບ​ໄປ ໃນ​ຂະ​ນະ​ທີ່​ບັນ​ດາ​ພາ​ລະ​ກອນ​ກູ້​ໄພ​ກູ້​ຊີບ​​ມາ​ຮອ​ດ ແລະ ຫຼັງ​ຈາກນັ້ນ ແມ່​ຍິງ​ຜູ້ນີ້ໄດ້​ເສຍ​ຊີ​ວິດ. ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ນີ້​ລ້ວນ​ແຕ່​ເລີ່ມ​ເດີນ​ທາງ​ຈາກ​ທະ​ເລ​ຂອງ​ລີ​ບີ.


ຂ່າວ/ບົດ​ອື່ນ