ຊາວໜຸ່ມ ຫວຽດນາມ ເຄື່ອນໄຫວອາສາສະໝັກຢູ່ລາວ

(VOVWORLD) - ດ້ວຍຫົວຂໍ້ວ່າ, “ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດພາບ”, ແຕ່ວັນທີ 15 -24 ສິງຫາ 2017, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ - ສະຫະພັນຊາວໜຸ່ມ ຫວຽດນາມ  ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກຢູ່ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ.
ຊາວໜຸ່ມ ຫວຽດນາມ ເຄື່ອນໄຫວອາສາສະໝັກຢູ່ລາວ - ảnh 1 ການກວດພະຍາດໃຫ້ປະຊາຊົນ ເມືອງ ສີໂຄດຕະບອງ

ຄະນະໄດ້ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງຄື: ບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ, ການໂອ້ລົມສົນທະນາ, ການພົບປະແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານຂອງຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນ, ອະນຸຊົນນະຄອນຫຼວງ ຮ່າໂນ້ຍ - ວຽງຈັນ; ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນເມືອງ ສີໂຄດຕະບອງ. ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມ ຮ່າໂນ້ຍ ກໍ່ໄດ້ມອບວັດຖຸອຸປະກອນຮັບໃຊ້ຫ້ອງການໃຫ້ຊາວໜຸ່ມ ວຽງຈັນ ແລະ ເມືອງ ສີໂຄດຕະບອງ, ດ້ວຍມູນຄ່າຂອງການເຄື່ອນໄຫວກ່ວາ 700 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ