ຊາວໜຸ່ມລາວ 29 ຄົນຈະເຂົ້າຮ່ວມລາຍການກ່ຳປັ່ນຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ - ຍີ່ປຸ່ນ 2017

(VOVWORLD) - ເຂົ້າຮ່ວມລາຍການກ່ຳປັ່ນຊາວໜຸ່ມ ອາຊີຕາເວັນອອກສຽງໃຕ້ - ຍີ່ປຸ່ນ ແມ່ນໂອກາດ ເພື່ອໃຫ້ບັນດາຊາວໜຸ່ມຜູ້ດີເດັ່ນຂອງ ລາວ ສະແດງຄວາມຮູ້, ຄວາມເກັ່ງກ້າສາມາດ ແລະ ບົດບາດຂອງຕົນໃນເວທີສາກົນ. 
ຊາວໜຸ່ມລາວ 29 ຄົນຈະເຂົ້າຮ່ວມລາຍການກ່ຳປັ່ນຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ - ຍີ່ປຸ່ນ 2017 - ảnh 1

 ລາຍການສະແດງວັດທະນະທຳສິລະປະຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ຕອນຄ່ຳວັນທີ 7 ຕຸລາ, ທີ່ຫໍວັດທະນະທຳແຫ່ງຊາດ ລາວ ຢູ່ນະຄອນຫລວງ ວຽງຈັນ, ລາວ, ໄດ້ດຳເນີນລາຍການສະແດງວັດທະນະທຳສິລະປະຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເນື່ອງໃນໂອກາດເຂົ້າຮ່ວມລາຍການກ່ຳປັ່ນຊາວໜຸ່ມ ອາຊີຕາເວັນອອກສຽງໃຕ້ - ຍີ່ປຸ່ນ ຄັ້ງທີ 44 ປີ 2017. ຄະນະຈັດຕັ້ງໃຫ້ຮູ້ວ່າ: ເຂົ້າຮ່ວມລາຍການກ່ຳປັ່ນຊາວໜຸ່ມ ອາຊີຕາເວັນອອກສຽງໃຕ້ - ຍີ່ປຸ່ນ ແມ່ນໂອກາດ ເພື່ອໃຫ້ບັນດາຊາວໜຸ່ມຜູ້ດີເດັ່ນຂອງ ລາວ ສະແດງຄວາມຮູ້, ຄວາມເກັ່ງກ້າສາມາດ ແລະ ບົດບາດຂອງຕົນໃນເວທີສາກົນ. ເປັນຕົ້ນແມ່ນປີ 2017 ຊາວໜຸ່ມລາວ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຢ່າງຟົດຟື້ນ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 20 ປີແຫ່ງວັນຊາວໜຸ່ມເຂົົ້າຮ່ວມລາຍການກ່ຳປັ່ນຊາວໜຸ່ມອາຊີຕາເວັນອອກສຽງໃຕ້ - ຍີ່ປຸ່ນ ນັບແຕ່ປີ 1998. ປີນີ້ ມີຜູ້ແທນຊາວໜຸ່ມ 29 ຄົນໄດ້ຮັບການຄັດເລືອກເຂົ້າຮ່ວມລາຍການແຕ່ວັນທີ 24 ຕຸລາ - 12 ທັນວາ 2017 ຢູ່ ຍີ່ປຸ່ນ, ກຳປູເຈຍ, ໄທ, ອິນໂດເນເຊຍ, ມາເລເຊຍ.

ຊາວໜຸ່ມລາວ 29 ຄົນຈະເຂົ້າຮ່ວມລາຍການກ່ຳປັ່ນຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ - ຍີ່ປຸ່ນ 2017 - ảnh 2ລາຍການສະແດງວັດທະນະທຳສິລະປະຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 
 
ຊາວໜຸ່ມລາວ 29 ຄົນຈະເຂົ້າຮ່ວມລາຍການກ່ຳປັ່ນຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ - ຍີ່ປຸ່ນ 2017 - ảnh 3

ຕອບກັບ

ຂ່າວ/ບົດ​ອື່ນ