ຊາວໜຸ່ມຫວຽດນາມ ສືບຕໍ່ປະກອບສ່ວນສ້າງໂລກແຫ່ງສັນຕິພາບ ແລະ ພັດທະນາ

(VOVWORLD) -ຄະນະຜູ້ແທນຕາງໜ້າໃຫ້ຊາວໜຸ່ມຫວຽດນາມເຂົ້າຮ່ວມເວທີປາໄສຊາວໜຸ່ມໂລກຄັ້ງທີີ 2 ເຊິ່ງຖືກຈັດຂຶ້ນຢູ່ ເອຢິບ ໃນລະຫວ່າງວັນທີ 03 – 06 ພະຈິກ.

ທ່ານ ຫງວຽນຫາຍມິນ, ຫົວໜ້າພະແນກພົວພັນຕ່າງປະເທດສູນກາງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ນໍາໜ້າຄະນະຜູ້ແທນຊາວໜຸ່ມຫວຽດນາມ ເຂົ້າຮ່ວມເວທີປາໄສຄັ້ງນີ້, ໃຫ້ຮູ້ວ່າ: ນີ້ແມ່ນ ໂອກາດ ເພື່ອໃຫ້ຊາວໜຸ່ມຫວຽດນາມແລກປ່ຽນ, ແບ່ງປັນ ແລະ ຖອດຖອນບົດຮຽນຈາກຊາວໜຸ່ມທົ່ວໂລກ ທີ່ມີປະສົບການໃນການຜັນຂະຫຍາຍບັນດາລາຍການພັດທະນາຊາວໜຸ່ມ, ປະກອບສ່ວນໃຫ້ແກ່ສັງຄົມ ແລະ ແກ້ໄຂບັນດາບັນຫາລວມຂອງທົ່ວໂລກ.

        ເວທີປາໄສຊາວໜຸ່ມໂລກ ຄັ້ງທີ 2 ໄດ້ຮຽກຮ້ອງຊາວໜຸ່ມຕ້ັງໜ້າປະກອບສ່ວນ ແລະ ເປັນເຈົ້າການກວ່າອີກ ເພື່ອໂລກສັນຕິພາບ ແລະ ພັດທະນາ. ໂດຍອີງໃສ່ຫົວຂໍ້ລວມນັ້ນ, ທີ່ເວທີປາໄສ ບັນດາຜູ້ແທນຊາວໜຸ່ມໄດ້ປຶກສາຫາລືບັນດາຫົວຂໍ້ລະອຽດ ຄື: ບົດບາດຂອງການນໍາໂລກໃນການສ້າງ ແລະ ຮັກສາສັນຕິພາບ; ກາລະໂອກາດກ່ຽວກັບວຽກເຮັດງານທໍາໃນຍຸກສະໄໝຂອງພູມປັນຍາໂດຍມະນຸດສ້າງຂຶ້ນ; ບົດບາດຂອງວິສາຫະກິດໜຸ່ມ ແລະ start up  ໃນການເຕີບໂຕເສດຖະກິດທົ່ວໂລກ, ມອບສິດໃຫ້ແກ່ຄົນພິການ ແລະ ເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ - ຊາຍ; ຄວາມປອດໄພດ້ານພະລັງງານ ແລະ ແຫຼ່ງນໍ້າ; ການເຄື່ອນໄຫວອາສາສະໝັກ ມຸ່ງໄປເຖິງສັງຄົມມີຄວາມຮັບຜິດຊອບກວ່າ ແລະ ຫຼາຍຫົວຂໍ້ສໍາຄັນອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ