ຊາວໜຸ່ມຫວຽດນາມແລະລາວເພີ່ມທະວີການພົວພັນແລກປ່ຽນແລະຮ່ວມມື

ຊາວໜຸ່ມຫວຽດນາມແລະລາວເພີ່ມທະວີການພົວພັນແລກປ່ຽນແລະຮ່ວມມື - ảnh 1
ການຕ້ອນຮັບໃນວັນທີ 5/4
(ພາບ: nhandan.com.vn)

(vovworld) – ​ວັນ​ທີ 5/4, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນຄະນະ​ຊາວ​ໜຸ່ມປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ ສອນ​ທະນູ ທຳ​ມະ​ວົງ, ​ເລຂາ​ຜູ້​ທີໜຶ່ງ​ຄະນະ​ກຳມະການ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ນຳ​ໜ້າ ມ​າຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ກັບ​ຄະນະ​ຊາວ​ໜຸ່ມ​ກອ​ມມູນິດ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ ​ເຈືອງ​ທິມາຍ​ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ຄັ້ງ​ນີ້​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ​ເພີ່ມ​ພຸ​ນຄຸນ​ສ້າງ​ຄວາມ​ສາມັກຄີ, ມິ​ດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ໄວ​ໜຸ່ມ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ. ການ​ນຳ ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ, ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ໜຸ່ມ 2 ປະ​ເທດ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​​ແລກປ່ຽນ, ພົວພັນ​ແລ​ກປ່ຽນ ​ແລະ ຮ່ວມ​ມື, ຜ່ານ​ນັ້ນ​ສຶກສາ​ຊາວ​ໜຸ່ມ 2 ປະ​ເທດ​ກ່ຽວ​ກັບ​ມູນ​ເຊື້ອ​ອັນ​ດີງາມ​ເຊິ່ງລຸ້ນກ່ອນ​ໄດ້​ເພີ່ມ​ພຸ​ນຄຸນ​ສ້າງ. ສ່ວນ​​ທ່ານ ສອນ​ທະນູ ທຳ​ມະ​ວົງ, ​ເລຂາ​ຜູ້​ທີໜຶ່ງ​ຄະນະ​ກຳມະການ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ກໍ່ຢັ້ງຢືນ​ວ່າ: ຍາມ​ໃດ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ​ເສີມ​ຂະຫຍາຍ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ຫົວຄິດ​ປະດິດ​ສ້າງ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ລຸ້ນໜຸ່ມ 2 ປະ​ເທດ, ຍົກ​ສູງ​ຄຸນນະ​ພາບ, ປະສິດທິ​ຜົນ ​ແລະ ລັກ​ສະ​ນະ​ແທດ​ຈິງ​ຂອງບັນດາ​ລາຍການ​ຮ່ວມ​ມື, ​ເປີດ​ກ້ວາງ​ບັນດາ​ຮູບ​ແບບ​ການ​ຮ່ວມ​ມື​ໃໝ່, ຜ່ານ​ນັ້ນ​ປະກອບສ່ວນ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ.


ຂ່າວ/ບົດ​ອື່ນ