ຊຽງຂວາງ ແລະ ເຫງະອານ ຮ່ວມມືເກັບກຳຂໍ້ມູນກ່ຽວກັບ ເຜົ່າເອີດູ

(VOVWORLD) - ການລົງເກັບກຳຂໍ້ມູນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາ,  ສົ່ງເສີມຂະນົບທຳນຽມ, ຮີດຄອງປະເພນີ ແລະ ວັດທະນະທຳອັນ ດີງາມ  ທີ່ເປັນເອກະລັກ ຂອງເຜົ່າເອີດູ  ໃຫ້ຍືນຍົງຄຽງຄູ່ກັບຊາດລາວຕະຫລອດໄປ.
ຊຽງຂວາງ ແລະ ເຫງະອານ ຮ່ວມມືເກັບກຳຂໍ້ມູນກ່ຽວກັບ ເຜົ່າເອີດູ - ảnh 1 ພາບປະກອບ

ໃນລະຫວ່າງວັນທີ 10 -11 ກໍລະກົດ 2018 ນີ້ ທ່ານ ຫຸມພັນ ສີພັນສອນ  ຫົວໜ້າ ຂະແໜງວັດທະນະທຳ ພະແນກຖະແຫລງຂ່າວ,  ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ແລະ ທ່ານ ຟາມຕຽນຢຸງ ຮອງຫົວໜ້າ ພະແນກວັດທະນະທໍາ ແລະ ກິລາ ແຂວງເຫງະອານ  ສສ ຫວຽດນາມ ພ້ອມກັບຄະນະ  ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນ ປະຫວັດຄວາມເປັນມາ ແລະ ຄວາມນັບ ຖືຂະນົບທຳນຽມຂອງເຜົ່າເອີດູ  ບ້ານຄາບເມືອງຄູນ ແຂວງຊຽງຂວາງ.  ການລົງເກັບກຳຂໍ້ມູນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາ,  ສົ່ງເສີມຂະນົບທຳນຽມ, ຮີດຄອງປະເພນີ ແລະ ວັດທະນະທຳອັນ ດີງາມ  ທີ່ເປັນເອກະລັກ ຂອງເຜົ່າເອີດູ  ໃຫ້ຍືນຍົງຄຽງຄູ່ກັບຊາດລາວຕະຫລອດໄປ.

ເຜົ່າ ເອີດູ ອາໄສຢູ່ບ້ານຄາບເມືອງຄູນ  ແຂວງຊຽງຂວາງ ມາແຕ່ດົນນານ  ມີທັງໝົດ 20 ຄອບຄົວ, ພົນລະເມືອງ 97 ຄົນ. ເຜົ່າດັ່ງກ່າວແມ່ນເຊື່ອຖືສາດສະໜາຜີ  ແລະ ຢຶດຖືອາຊີບການປູກ ຝັງລ້ຽງສັດ ເປັນຕົ້ນຕໍ.  ເຜົ່າເອີດູ ມີຮີດຄອງປະເພນີ ທີ່ສືບທອດມາແຕ່ສະໄໝກ່ອນ,  ມີພາສາປາກເວົ້າ ມີເອກະລັກ  ເປັນຂອງຕົນເອງ, ແຕ່ບໍ່ມີໜັງສືຂຽນ ເປັນຂອງຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ