ຊ່ຽວຊານອາເມລິກາຕີລາຄາການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ

ຊ່ຽວຊານອາເມລິກາຕີລາຄາການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ - ảnh 1
ທ່ານ Ernest Bower,ຜູ້​ອຳ​ນວຍ​ການ​ໂຄງ​ການ​
ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(vovworld)-​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ຈະ​ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 6-10/7 ຕາມ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ. ການ​ຢ້ຽມ​ຢາມ​ຈະ​ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດ​ຂອງ​ຫາງ​ສຽງ ອາ​ເມ​ລິ​ກາ, ເພາະ​ນີ້​ແມ່ນ​ຄັ້ງ​ທຳ​ອິດ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຢ້​ຽ​ມ​ຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ແລະ ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ. ທ່ານ Ernest Bower,ຜູ້​ອຳ​ນວຍ​ການ​ໂຄງ​ການ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຖື​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດນີ້​ສະ​ແດງ​ໃຫ​້​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ນັບ​ມື້​ນັບ​ເລິ​ກ​ເຊິ່ງ. ອາ​ເມ​ລິ​ກາ ຖື​​ເປັນ​ສຳ​ຄັນບົດ​ບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ອາ​ຊີ ປ​າ​ຊີ​ຟິກ ແລະ ສອງ​ປະ​ເທດ​ພວມ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ຫລາຍ​ຂົງ​ເຂດ.

        “ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຈະ​ປະ​ກອບ​ສ່ວ​ນ​ປັບ​ປຸງ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ ແລະ ຊຸກ​ຍູ້​ການ​ເຄົາ​ລົບ​ເຊິ່ງ​ກັນ ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ. ພວກ​ເຮົາ​ຄວນ​ຍູ້​ແຮງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສອງ​ປະ​ເທດ ເພື່ອ​ຍົກ​ການ​ພົວ​ພັນ​ສອງ​ຝ່າຍ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ການ​ຢ້ຽມ​ຢາມນີ້ ຄື​ດັ່ງ​ບາດ​ກ້າວ​ເດີນ​ສຳ​ຄັນ​ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.”

        ໃນ​ຂະ​ນະ​ນັ້ນ ທ່ານ Gregory Poling, ຜູ້​ຊ່ຽວ​ຊານ​ຄົ້ນ​ຄ້​ວາ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽ​ງ​ໃຕ້ເວົ້າ​ວ່າ:

        “ການ​ຢ້ຽມ​ຢາມ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ​ຖື​ການ​ພົວ​ພັນ​ກັບ​ຫວຽດ​ນາມ​ເປັນ​ສຳ​ຄັນ. ເພາະ ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຈະ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ຢູ່ ທຳ​ນຽບ​ຂາວ, ນີ້ແມ່ນ​ເຫດ​ການ​​ສຳ​ຄັນພິ​ເສດ.”

ຂ່າວ/ບົດ​ອື່ນ