ຍົກລະດັບການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ - ລາວ

ຍົກລະດັບການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ - ລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ
 ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​

(vovworld) – ຕອນ​ເຊົ້າ​ວັນ​ທີ 08/02 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການ​ລະ​ຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ລາວ. ກອງ​ປະຊຸມ​ຄັ້ງນີ້ ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື ຫວຽດນາມ - ລາວ ປີ 2016; ​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ການ​ຮ່ວມ​ມື​ປີ 2017. ບົນ​ພື້ນຖານ​ນັ້ນ, 2 ຝ່າຍ​ລົງ​ນາມ​​ໃນ​ບັນດາ​ເອກະສານ​ຮ່ວມ​ມື 2 ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຊີ້​ແຈ້ງວ່າ: ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ໂດຍ​ນາຍົກລັດຖະມົນຕີທັງ 2 ທ່ານ​ເປັນ​ປະທານ​ຮ່ວມ, ຍົກ​ລະດັບ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ການ​ຊີ້​ນຳ​ນຳພາ​ບໍລິຫານ, ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື 2 ປະ​ເທດ. ພິ​ເສດ​ປີ 2017, 2 ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ. ຕີ​ລາຄາ​ໄລຍະ​ຜ່ານ​ມາ, 2 ຝ່າຍ​ໄດ​້ບູລະນະ​ຄະ​ນະ​ກຳມະການ​ຮ່ວມ​ມື​ແຕ່ລະ​ປະ​ເທດ ​ໂດຍ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ​​ເປັນ​ປະທານ​ຄະນະ​ກຳມະການ, ທ່ານ​ນາຍົກ​ລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ: ປະທານ​ຄະນະ​ກຳມະການ 2 ທ່ານ​ຈະ​ສືບ​ຕໍ່​ຊີ້​ນຳ​ນຳພາ​ຜັນ​ຂະ​ຫຍາ​ຍຢ່າງ​ໄວ, ຮັບປະກັນ​ຜົນ​ສັກສິດ​ຂອງ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຢ່າງ​ມີ​ປະສິດ​ທິຜົນ. ທ່ານ​ນາຍົກ​ລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ

        ຂ້າພະ​ເຈົ້າ​ສະ​ເໜີ​ຄະນະ​ຜູ້​ແທນ 2 ປະ​ເທດ​ເສີມ​ຂະຫຍາຍພູມ​ປັນຍາ, ຕີ​ລາຄາ​ລະອຽດ, ພາວະ​ວິ​ໄສໝາກຜົນ​ແຫ່ງການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ, ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່ມີ​ປະສິດທິ​ຜົນ, ບັນດາ​ຂໍ້​ລິ​ເລີ່​ມທີ່ມີ​ຄວາມ​ໝາຍ, ນຳ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຂັ້ນ​ສູງ​ເຂົ້າ​ບັນດາ​ແຜນການ​ຮ່ວມ​ມື​ລະອຽດ​ເປັນ​ປະຈຳ​ປີ, ຍົກ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ຫວຽດນາມ - ລາວ ​ໃນ​ໄລຍະ​ຈະ​ມາ​ເຖິງກ່ວາ​ອີກ. ພວກ​ເຮົາ​ລ້ວນ​ແຕ່​ເຂົ້າ​ໃຈ​​ໄດ້ວ່າ ສາຍ​ພົວພັນທີ່ມີ​ໜຶ່ງ​ບໍ່​ມີ​ສອງ​ໃນ​ໂລກ​ນີ້ ​ແມ່ນ​ສາຍ​ພົວພັນ ລາວ - ຫວຽດນາມ, ຫວຽດນາມ - ລາວ ​ແລະ ພວກ​ເຮົາຮັກສາ​ນ້ຳ​ໃຈ​ອ້າຍ​ນ້ອງທີ່ຍິ່ງ​ໃຫຍ່​ນັ້ນ ​ໃນບໍ່​ວ່າການ​ເຄື່ອນ​ໄຫວ​ໃດ​ຂອງ​ແຕ່​ລະ​ພັກ, ​ແຕ່​ລະ​ລັດຖະບານ​ຕະຫລອດ​ໄປ.

        ສ່ວນ​ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ກໍ່​ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ:

        ຂ້າພະ​ເຈົ້າ​ອວຍພອນ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງ​ຄົມ​ຂອງ ຫວຽດນາມ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ, ​ປ້ອງ​ກັນ​ຊາດ, ປ້ອງກັນ​ຄວາມ​ສະຫງົບ, ພັດທະນາ​ແຫຼ່ງຊັບພະຍາກອນມະນຸດ, ການ​ທູດ. ສິ່ງ​ນັ້ນ ​ເຮັດ​ໃຫ້​ທີ່​ຕັ້ງ​ຂອງ ຫວຽດນາມ ​ໄດ້ຮັບ​ການ​ຍົກ​ສູງ​ບົນ​ເວທີ​ປາ​ໄສ​​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ບໍ່​ຢຸ​ດຢັ້ງ. ມື້​ນີ້ ພວກ​ເຮົາ​ພ້ອມ​ກັນ​ແລກປ່ຽນ​ການ​ຮ່ວມ​ມື 2 ຝ່າຍ ລາວ ​ແລະ ຫວຽດນາມ. ນອກຈາກ​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, 2 ຝ່າຍ​ກໍ່​ສະ​ເໜີ​ມາດ​ຕະການ​ຊຸກຍູ້​ການ​ລົງທຶນ​ຂອງ ຫວຽດນາມ ​ເຂົ້າ ລາວ ​ແລະ ຂອງ ລາວ ​ເຂົ້າ ຫວຽດນາມ, ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ​ເພື່ອ​ແນ​ໃສ່​ນຳ​ມາ​​ເຊິ່ງ​ຜົນ​ປະ​ໂຫຍ​ດລວມ​ໃຫ້ 2 ປະ​ເທດ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ນາຍົກລັດຖະມົນຕີ 2 ທ່ານ, 2 ຝ່າຍ​ຈະ​ພ້ອມ​ກັນ​ແລກປ່ຽນ​ຢ່າງ​ກົງ​ໄປກົງ​ມາ, ​ເປີດ​ອົກເປີດໃຈ ​ແລະ ກອງ​ປະຊຸມ​ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາ​ມ.​”

        ​ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ກໍ່​ຕີ​ລາຄາ​ສູງ​ບັນດາ​ແຜນການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະ​ຫວ່າງ ລາວ ​ແລະ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນຂອງ 2 ປະ​ເທດ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ​ກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ