ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ການປ່ຽນໃໝ່,ມີຫົວຄິດປະດິດສ້າງ

ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ການປ່ຽນໃໝ່,ມີຫົວຄິດປະດິດສ້າງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ທີ່​ການ​ປຶກ​ສາ​ຫາ​ລື

(vovworld) - ​​ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ເວ​ທີ​ປາໄສ​ເສດ​ຖະ​ກິດໂລ​ກ ເຊິ່ງ​ພວມ​ຈັດ​ຂຶ້ນ​ຢູ່ Davos, ປະ​ເທດ ສະ​ວິດ, ຕອນ​ເຊົ້າ​ວັນ​ທີ 19/1 (ຕາມ​ເວ​ລາ​ທ້ອ​ງ​ຖິ່ນ), ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື “ອະ​ນາ​ຄົດ​ຂອງ​ພື້ນ​ຖານ​ການ​ຜະ​ລິດ​ພາຍ​ໃຕ​້​ແງ່​ມູມ​ຍຸດ​ທະ​ສາດ​ພາກ​ພື້​ນ”. ກ່າ​ວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ພາຍ​ຫລັງ 30 ປີ​ແຫ່ງວັນ​ປະ​ຕິ​ບັດ​ແນວ​ທາງ​ການ​ປ່ຽນ​ໃໝ່, ຈາກ​ປະ​ເທດ​ທຸກ​ຍາກ, ດ້ອຍ​ພັດ​ທະ​ນາ, ຫວຽດ​ນາມ ໄດ້​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ມີ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ, ພວມ​ພັດ​ທະ​ນາ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ ກ້​ວາງ​ຂວາງ. ຫວຽດ​ນາມ ເຂົ້າ​ໃຈ​ໄດ້​ວ່າ ບໍ່​ສາ​ມາດ​ສືບ​ຕໍ່​ອີງ​ໃສ່​ບັນ​ດາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ພວມ​​ບົກ​ແຫ້ງ​ໄປແລະ ແຫຼ່ງ​ແຮງ​ງານ​ດ້ວຍ​ລາ​ຄ​າ​ຕ່ຳ​ເພື່ອ​ພັດ​ທະ​ນາ​ໄວ ແລະ ໝັ້ນ​ຄົງ​ໃນ​ສັ​ກ​ກະ​ລາດ​​ແຫ່ງການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ດັ່ງ​ນັ້ນ​ພວມ​ສຸມ​ໃສ່​ເຂົ້າ​ບາງ​​ທິດທາງ​ທີ່​ສຳ​ຄັນ. ນັ້ນ​ແມ່ນ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ບົນ​ພື້ນ​ຖານ​ຍົກ​ສູງຄຸນ​ນະ​ພາບການ​ເຕີບ​ໂຕ, ​ສະ​ມັດ​ຕ​ະ​ພາບ​ຄົນ​ງານ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ໝູນ​ໃຊ້​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ ແລະ ນຳ​ໃຊ້​ຄົນ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ພ້ອມ​ທັງ​ເຂົ້າ​ຮ່ວມ​​ລະ​ບົບ​​ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ຍົກ​ອອກ​ທິດ​ທາງ​ອື່ນໆ​ແມ່ນ​ຍົກ​ສ​ູງ​ຄ​ຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຮັບ​ໃຊ້​ການ​ປ່ຽນ​ໃໝ່, ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ:

        “ສຸມ​ໃສ່​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ທ່ວງ​ທັນ​ກັບ​​ການ​ປະ​ຕິ​ວັດ​ອຸດ​ສາ​ຫ​ະ​ກຳ​ຄັ້ງ​ທີ 4, ຍູ້​ແຮງ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເພື່ອ​ກາຍ​ເປັນ​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ. ດ້ວຍ 60% ຈຳ​ນວນ​ພົນ​ລະ​ເມືອງ​ພວມ​ຢູ່​ໃນ​ເກນ​ອາ​ຍຸ​ອອກ​ແຮງ​ງານ, ຫວຽດ​ນາມ ຈະ​ຢູ່​ໃນ​ໄລ​ຍະ​​ມີພົນ​ລະ​ເມືອງ​ໃນ​ເກນ​ອາ​ຍຸ​ອອກ​ແຮງ​ງານ​ຢ່າງ​ໜ້ອຍ​ສຸ​ດ​ແມ່ນ​ 20 ປີ. ດັ່ງ​ນັ້ນ ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ ການ​ສຶກ​ສາ - ບ​ຳ​ລຸງ​ສ້າງ​ພື້ນ​ຖານ ແລະ ຮອບ​ດ້ານ​ເພື່ອ​ແນ​ໃສ່​ສ້າງ​ກຳ​ລັງ​ແຮງ​ງານ​ມີ​ຄຸນ​ນະ​ພາບ​ສູງ. ປະ​ຈຸ​ບັນ, ມີ​ 52% ຂອງຈຳ​ນວນ​ພົນ​ລະ​ເມືອງ ຫວຽດ​ນາມ ໄດ້​ນຳ​ໃຊ້​ອີນ​ເຕີ​ເນັດ, ຄາດ​ວ່າ​ຮອ​ດ​ປີ 2020 ຈະ​ມ​ີ​ປະ​ມານ 1 ລ້ານ​ຄົນ​ງານ​​​ທີ່ເຮັດ​ວຽກໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ. ນີ້​ແມ່ນ​ພື້ນ​ຖານ ແລະ ທ່າ​ແຮງ​ສຳ​ຄັນ​​ທີ່​ສຸດເຊິ່ງ​ບັນ​ດາ​ກຸ່ມບໍ​ລິ​ສັດ​ເຕັກ​ໂນ​ໂລຢ​ີ​ສູງ ພວມ​ຍາດ​ແຍ່ງ​ເພື່ອ​ເປີດ​ກ້​ວາງ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ.”


ຂ່າວ/ບົດ​ອື່ນ