ຍົກສູງຄວາມສາມາດແກ່ງແຍ້ງຂອງທ່ອງທ່ຽວຫວຽດນາມໃນໄລຍະໃໝ່

ຍົກສູງຄວາມສາມາດແກ່ງແຍ້ງຂອງທ່ອງທ່ຽວຫວຽດນາມໃນໄລຍະໃໝ່ - ảnh 1

ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ ​ໃນ​ໄລຍະ​ໃໝ່
(ພາບ: ອິນເຕີແນດ)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ ​ໃນ​ໄລຍະ​ໃໝ່ ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/7 ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ສຳ​ມະ​ນາຄັ້ງ​ນີ້ ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບມາດ​ຕະການດຳ​ເນີນງານ ພາຍຫຼັງທີ່ລັດຖະບານ​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ການ​ຍົກ​ເວັ້ນວີ​ຊາ ​ໃຫ້ ​ເບ​ລາຣູດ ​ແລະ 5 ປະ​ເທດ​​ເອີ​ລົບ​ຕາ​ເວັນ​ຕົກ; ປຶກສາ​ຫາລື​ກ່ຽວ​ກັບ​ຂັ້ນ​ຕອນ​ປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍການ​ທ່ອງ​ທ່ຽວ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ພິຈາລະນາ, ຮັບຮອງ​​ເອົາ​ໃນ​ເດືອນ 10/2016. ກອງ​ປະຊຸມ​ສຳ​ມະ​ນາ ກໍ່​ກຳນົດ​ທິດ​ທາງ​ຜັນ​ຂະຫຍາຍ​ການ​ຈັດ​ຕັ້ງ ​ແລະ ການ​ເຄື່ອ​ນ​ໄຫວ​​ເມື່ອ​ລັດຖະບານສ້າງ​ຕັ້ງ​ກອງ​ທຶນ​ໜູນ​ຊ່ວຍ​ພັດທະນາ​ການທ່ອງທ່ຽວ​ໃນ​ປີ​ນີ້; ພິ​ເສດ​ແມ່ນ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ໜ້າ​ທີ່, ມາດ​ຕະການ​ຮີບ​ດ່ວນ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ທ່ອງ​ທ່ຽວ​ຫວຽດນາມ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ສະພາບແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ.

ຂ່າວ/ບົດ​ອື່ນ