ຍົກສູງຄວາມຮັບຮູ້ຂອງແມ່ຍິງກ່ຽວກັບເລື່ອງເລີ່ມທຸລະກິດ

(VOVWORLD) - ສູນກາງສະຫະພັນແມ່ຍິງຫວຽດນາມ ສົມທົບກັບ ອົງການພັດທະນາ ໂຮນລັງ ໄດ້ຈັດຕັ້ງເວທີປາໄສ “ແມ່ຍິງ ເລີ່ມທຸລະກິດ - ມີຫົວຄິດປະດິດສ້າງ ແລະ ເຊື່ອມຕໍ່” ໃນວັນທີ 14 ທັນວາ ຢູ່ ຮ່າໂນ້ຍ.
ຍົກສູງຄວາມຮັບຮູ້ຂອງແມ່ຍິງກ່ຽວກັບເລື່ອງເລີ່ມທຸລະກິດ - ảnh 1 ຜູ້ແທນເຂົ້າຮ່ວມເວທີປາໄສ

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນວັນບີງ ຫົວຫນ້າຄະນະເສດຖະກິດ ສູນກາງ ໄດ້ເນັ້ນຫນັກວ່າ: ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ພວມ ສ້າງກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງໃນການພັດທະນາວິສາຫະກິດ, ສະຫະພັນແມ່ຍິງຫວຽດນາມ ຄວນຍູ້ແຮງບັນດາການເຄື່ອນໄຫວໂຄສະນາ, ຍົກສູງຄວາມຮັບຮູ້ຂອງແມ່ຍິງກ່ຽວກັບ ເລີ່ມທຸລະກິດ , ປຸກລະດົມຂະບວນການແມ່ຍິງ ເລີ່ມທຸລະກິດ , ສ້າງຂະບວນການແຂ່ງຂັນ ເລີ່ມທຸລະກິດ .

ເພື່ອໃຫ້ແທດເໝາະ ແລະ ຍາດແຍ່ງບັນດາກາລະໂອກາດໃນສະພາບການດຳເນີນທຸລະກິດໃຫມ່, ທ່ານ ຫງວຽນວັນບີງ ຫົວຫນ້າຄະນະເສດຖະກິດສູນກາງ ສະເຫນີ ບັນດານັກທຸລະກິດຍິງ ຄວນເປັນເຈົ້າການ, ຕັ້ງຫນ້າຮ່ຳຮຽນ, ມີຄວາມເຊື່ອໝັ້ນດ້ວຍຕົນເອງໃນການປ່ຽນໃຫມ່, ເພື່ອຜະລິດອອກບັນດາຜະລິດຕະພັນ, ບໍລິການ ຕອບສະຫນອງຄວາມຕ້ອງການນັບມື້ນັບສູງຂອງຕະຫລາດ ພ້ອມທັງຕອບສະຫນອງຄວາມຮຽກຮ້ອງປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມປອດໄພ ສຸຂະພາບໃຫ້ວົງຄະນາຍາດ. 

ຕອບກັບ

ຂ່າວ/ບົດ​ອື່ນ