ຍົກສູງປະສິດທິຜົນການຜັນຂະຫຍາຍເອກະສານນິຕິກຳກ່ຽວກັບຊາຍແດນທາງບົກຫວຽດນາມ-ຈີນ

ຍົກສູງປະສິດທິຜົນການຜັນຂະຫຍາຍເອກະສານນິຕິກຳກ່ຽວກັບຊາຍແດນທາງບົກຫວຽດນາມ-ຈີນ - ảnh 1
ທ່ານ ​ເລ​ຮ່ວາຍ​ຈູງ  ແລະ ທ່ານ ຫຼີວເຈີ່ນມີ໋ງ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/5, ກອງ​ປະຊຸມ​ສະຫຼຸບ​ 5 ປີ​ແຫ່ງ​ການຜັນ​ຂະຫຍາຍອະນຸ​ສັນຍາ​​ກ່ຽວ​ກັບ​ການ​ຂີດ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ, ສັນຍາ​ກ່ຽວ​ກັບ​ຂໍ້​ກຳນົດ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ​ສັນຍາ​ກ່ຽວ​ກັບ​ດ່ານ​ຊາຍ​ແດນ ​ແລະ ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ທາງບົກ​ສອງ​ຝ່າຍ ຫວຽດນາມ-ຈີນ (​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ຊາຍ​ແດນ 3 ສະບັບ)​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ໜາມ​ໜິງ, ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຂອງ​ຊົນ​ເຜົ່າ ຈວາງ, ​ແຂວງ ກວາງ​ສີ (ຈີນ). ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ ​ເລ​ຮ່ວາຍ​ຈູງ, ຮອງ​ລັດຖະມົນຕີ​ກຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເນັ້ນ​ໜັກ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຄວນ​ສຸມ​ໃສ່​ເຮັດ​ແຈ້ງ​ບາງ​ເນື້ອ​ໃນ​ເຊັ່ນ: ສຳ​ຫຼວດກວດກາ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ຊາຍ​ແດນ​, ຜືນ​ແຜ່ນດິນຕາມເອກະສານ​ນິຕິ​ກຳ 3 ສະບັບ​ໃນ​ໄລຍະ​ຜ່ານ​ມາ; ຊີ້​ແຈ້ງ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ ​ແລະ ມາດ​ຕະການ​ແກ້​ໄຂ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ແຫ່ງ​ການ​ສົມທົບ​ກັນ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ຊາຍ​ແດນ​ທາງບົກ​ຫວຽດນາມ - ຈີນ, ຕິດ​ພັນ​ກັບ​ການ​ຮັບ​ໃຊ້​​ໃຫ້​ແກ່​ການພັດທະນາ​ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ສັງຄົມ​ຢູ່​ເຂດ​ຊາຍ​ແດນ;  ​ກ່ຽວ​ກັບບັນດາ​ບັນຫາ, ການ​ທ້າ​ທາຍ​ໃໝ່​ທີ່​ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນລະ​ພາບ​ຂອງ​ຊາຍ​ແດນ ຫວຽດນາມ - ຈີນ​ນັ້ນ, ທັງ​ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ຮັບ​ມື​.

        ທີ່​ກອງ​ປະຊຸມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫຼີວເຈີ່ນມີ໋ງ ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ, ຄວາມ​ສຳຄັນ​ ກໍ່​ຄື​ປະສິດທິ​ຜົນ​ແທດ​ຈິງ​ໂດຍ​ເອກະສານ​ນິຕິ​ກຳ 3 ສະບັບ​ນີ້​ນຳ​ມາ​ໃຫ້​ໃນ​ໄລຍະ​ຜ່ານ​ມາ. ຕາມ​ນັ້ນ​ແລ້ວ, ​ເອກະສານ​ນິຕິ​ກຳ 3 ສະບັບ​ໄດ້​ເປີດ​ໄລຍະ​ໃໝ່​ໃນ​ການ​ພົວພັນ ຈີນ - ຫວຽດນາມ, ປະກອບສ່ວນ​ຍົກ​ສູງ​ການ​ພັດທະນາ​ຮອບດ້ານ, ການ​ພົວພັນ​ສອງ​ປະ​ເທດ; ສ້າງ​ພື້ນຖານ​ໃຫ້​ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ຜົນສຳ​ເລັດ​ຕົວ​ຈິງ​ຂອງ​ວຽກ​ງານ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຢ່າງ​ສັນຕິ, ​ໂດຍ​ຜ່ານ​ການ​ປຶກສາ ​ແລະ ການ​ເຈລະຈາ​ນຳ​ກັນ.

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຂອງ​ສອງ​ປະ​ເທດ​ກໍ່​ໄດ້​ແລກປ່ຽນ ​ແລະ ປຶກສາ​ຫາລື​​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ການ​ປະຕິບັດ​ຕາມ​ກົດໝາຍ, ສ້າງ​ຄວາມ​ສະດວກ​ໃນ​ການ​ແຈ້ງ​ພາສີ ​ແລະ ​ເປີດ​ຊາຍ​ແດນ; ການ​ຮ່ວມ​ມື​ດ້ານ​ເສ​ຖະກິດ ​ແລະ ການທ່ອງທ່ຽວ​ຜ່ານ​ຊາຍ​ແດນ; ການ​ຄົມມະນາຄົມ​​ໃນ​ເຂດຊາຍ​ແດນ ​ແລະ ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.

ຂ່າວ/ບົດ​ອື່ນ