ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນ

ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນ - ảnh 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂດ໋​ບ໋າ​ຕິ

(vovworld) -​ຕອ​ນ​ເຊົ້າ​ວັນ​ທີ 28/4, ຢູ່​ນະ​ຄອນ ຕ​າມ​ກີ່, ຄະ​ນະ​ປະ​ຕິ​ບັດ​ງານ​ຂ​ອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ສົມ​ທົບ​ກັບ​ສະ​ພາ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜູ້​ຈຳ​ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນທາງ​ທິດ​ໃຕ້​ພາກ​ກາງ - ​ເຂດໄຕ​ງວຽນ. ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂດ໋​ບ໋າ​ຕິ, ໄດ້​ຕີ​ລາ​ຄາ​ສູງ​ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ ໃນ​ການ​ຍົກ​ສູງ​ນ້ຳ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ຕາງ​ໜ້າ​ໃຫ້​ເຈດ​ຈຳ​ນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ແລະ ມີ​ການ​ປ່ຽນ​ໃໝ່​ເພື່ອ​ແນ​ໃສ່​ຍົກ​ສູງ​ຄ​ຸນ​ນະ​ພາບ​ໃນ​ການ​ເຄື່ອນ​ໄຫວ:

“ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ຜູ້​ແທນ, ພິ​ເສດ​ແມ່ນ​ຜູ້​ປະ​ຈຳ​ການ​ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ຈົ່ງ​ຖອດ​ຖອນ​ບົດ​ຮຽນ​ບົນ​ພື້ນ​ຖານ​ຕີ​ລາ​ຄາ​ຖືກ​ຕ້ອງ​ບັນ​ດາ​ສາ​ຍເຫດ​ພາ​ວະ​ວິ​ໄສ, ອັດ​ຕະ​ວິ​ໄສ ແລະ ແກ້​ໄຂ​ໃຫ້​ດີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໂດຍ​ອີງ​ໃສ່​ສິດ​ອຳ​ນາດ​ທີ່​ໄດ້​ກຳ​ນົດ​ໃນ​ກົດໝາຍ​ວ່າ​ດ້ວຍ​​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ ທີ່​ຫາກໍ່​ໄດ້​ປະ​ກາດ​ໃຊ້​ຕ້ອງ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ປະ​ຊາ​ຊົນ, ຄະ​ນະປະ​ຈຳ​ການ​ສະ​ພາ​ປະ​ຊາ​ຊົນ, ບັນ​ດາ​ຄະ​ນະ, ບັນ​ດາ​​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ ເພື່ອ​ຍົກ​ສູງ​ປ​ະ​ສິດ​ທິ​ຜົນການ​ຕິດ​ຕາມກວດ​ກາ​ຂ​ອງ​ສະ​ພາ​ປະ​ຊາ​ຊົນ.”


ຕອບກັບ

ຂ່າວ/ບົດ​ອື່ນ