ຍົກສູງລະດັບ,ທັກສະດ້ານອາຊີບໃຫ້ແຮງງານຫວຽດນາມໃນສະພາບການເຊື່ອມໂຍງເຂົ້າກັບສາກົນ

ຍົກສູງລະດັບ,ທັກສະດ້ານອາຊີບໃຫ້ແຮງງານຫວຽດນາມໃນສະພາບການເຊື່ອມໂຍງເຂົ້າກັບສາກົນ - ảnh 1
(ທ່ານ​ ດ່າວງ້ອກຢຸງ ລັດຖະມົນຕີ​ກະຊວງ​
ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ)

(vovworld) - ຕອນ​ຄ່ຳ​ວັນ​ທີ 30/05, ຢູ່​ຮ່າ​ໂນ້ຍ, ການ​ເສັງ​ສີມື​ແຮງ​ງານ​ແຫ່ງ​ຊາດ​ປີ 2016 ​ໄດ້​ອັດລົງ. ​ເຂົ້າ​ຮ່ວມ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ ດ່າວງ້ອກຢຸງ ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້​ຮູ້​ວ່າ: ການ​ເສັງ​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້​ຂະ​ບວນການ​ສອນ ​ແລະ ຮຽນ​ວິຊາ​ຊີບ, ຊອກ​ຫາ​ບັນດາ​ຮູບການ​ກໍ່ສ້າງ, ​ຫຼໍ່​ຫຼອມ​​ໃຫ້ຊາວ​ຜູ້​ອອກ​ແຮງ​ງານ​ມີສີມື​ແຮງ​ງານສູງຢ່າງທັນ​ສະ​ໄໝ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ປະ​ຕິບັດ​ຈຸດໝາຍ​ຍຸດ​ທະ​ສາດ​ພັດ​ທະນາການສອນ​ວິຊາ​ຊີບ 2011 – 2020 ​ໃຫ້​ປະສົບ​ຜົນ​ເປັນ​ຈິງ. ການ​ເຊື່ອມ​​ໂຍງ​ເຂົ້າກັນ​ເສດ​ຖະກິດ​ສາກົນ​ພວມ​ດຳ​ເນີນ​ໄປ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ, ບໍ່​ພຽງ​ແຕ່​ນຳ​ມາ​ໃຫ້​ກາລະ​ໂອກາດ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ສິ່ງ​ທ້າ​ທາ​ຍຫລາຍ​ຢ່າງ​ ສຳລັບ​ກຳລັງ​ແຮງ​ງານ ຫວຽດນາມ ອີກ​ດ້ວຍ. ທ່ານ ດ່າວງ້ອກຢຸງ ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຖື​ວ່າ:    

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ຜົນສຳ​ເລັດ​ຂອງ​ການ​ເສັງ​ຈະ​ສືບ​ຕໍ່​ແຜ່ຂະຫຍາຍ ​ແລະ ມີ​ຜົນສພທ້ອນບໍ່​ພຽງ​ແຕ່​​ເຖິງຂະ​ບວນການ​ຮຽນ, ການສອນ​ວິຊາ​ຊີບ​​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ສຳລັບ​ພາລະກິດ​ພັດທະນາ​ຊັບພະຍາກອນ​ມະນຸດ​ແຫ່ງ​ຊາດອີກດ​້ວຍ. ​ເນື່ອງ​ໃນ​ໂອກາດ​ນີ້ ຕາງໜ້າ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຂ້າພະ​ເຈົ້າຂໍ​ຍ້ອງຍໍ​ບັນ​ດາ​ນັກ​ສອບ​ເສັງ​ທີ່​ບັນລຸ​ໄດ້​ລາງວັນ​ສູງ​ໃນ​ການ​ເສັງ ​ແລະ ເຊື່ອ​ໝັ້ນ​ວ່າ ດ້ວຍ​ທັກ​ສະ ​ແລະ ສີມື​ແຮງ​ງານ​ທີ່​ມີ​ຢູ່​ແລ້ວ, ບັນດາ​ນັກ​ສອບ​ເສັງ​ຈະ​ມານະ​ພະຍາຍາມ​​ຫຼໍ່​ຫຼອມສະ​ສົມ​ບົດຮຽນ. ຜ່ານ​ນັ້ນ ສາມາດ​ຢືນຢັນ​ວ່າ ພວກ​​ເຮົາມີຄວາມສາມາດ​​ເຊື່ອມ​ໂຍງ​ເຂົ້າ​ກັບຕະຫລາດ​ແຮງ​ງານ​ໃນ​ພາກ​ພື້ນ ​ແລະ ສາກົນ​​ໄດ້ຢ່າງ​ສິ້ນ​ເຊີງ

 

ຂ່າວ/ບົດ​ອື່ນ