ຍົກອອກບັນດາມາດຕະການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນຢ່າງມີປະສິດທິຜົນ

ຍົກອອກບັນດາມາດຕະການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນຢ່າງມີປະສິດທິຜົນ - ảnh 1
(ໄຂກອງປະຊຸມສຸດຍອດ G7)

(vovworld) - ​ກອງ​ປະ​ຊຸມ​ສຸດຍອດກ​ຸ່ມ​​ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ໂລກ (G7) ຖືກ​ໄຂ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັນທີ 26/05, ຢູ່​ແຫຼມ Ise Shima, ທາງ​ພາກ​ກາງ​​ປະ​ເທດຍີ່​ປຸ່ນ. ບັນ​ດາ​ການ​ນຳ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລວມ​ມີ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande, ທ່ານ​ປະ​ທາ​ນາ​ທິບ​ໍ​ດີ​ອາ​ເມ​ລິ​ກາ Barack Obama, ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີອີ​ຕາ​ລີ Matteo Renzi, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ Justin Truderau ພ້ອມ​ກັບ​ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ແລະ ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ເອີ​ລົບ Jean Claude Juncker. ນີ້​ແມ່ນ​ກອງ​ປະ​ຊຸມສຸ​ດຍອດ G7 ​ຄັ້ງທຳ​ອິດ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ອາ​ຊີ ໃນ​ຮອບ​ເວ​ລາ 8 ປີ​ຜ່ານ​ມາ. ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ​ບັນ​ດາ​ການ​ນຳ​ແຖວ​ໜ້າ​ໃນ​ໂລກ​ ຈະ​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ໃນ​ປະ​ຈຸ​ບັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ໃນ​ວາ​ລະ​​ປຶກ​ສາ​ຫາ​ລື​ຕອນ​ເຊົ້າ​ວັນ​ທີ 26/05, ບັນ​ດາ​ການ​ນຳ G7 ໄດ້​ແລກ​ປ່ຽນ​ກ່ຽວກັບ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ທົ່ວ​ໂລກ, ເປັນ​ເອ​ກະ​ພາບ ແລະ ຄຸນ​ຄ່າ​ຂອງ G7. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປ​ຸ່ນ ຖື​ວ່າ, ບັນ​ດາ​ປະ​ເທດ G7 ຕ້ອງ​​ເຫັນ​ດີເປັນ​ເອ​ກະ​ພາບ​ປະ​ກາດ​​ໃຊ້ບັນ​ດາ​ນະ​ໂຍ​ບາຍ​​ດ້ານການ​ເງິນ ແລະ ເງິ​ນ​ຕາເພື່ອ​ສະ​ກັດ​ກັ້ນ​ທ່າ​ອ່ຽງ​ຊັກ​ຊ້າ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ. ທີ່​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ໃນ​ວັນ​ທີ 26/05, ບັນ​ດາ​ການ​ນຳ G7 ສືບ​ຕໍ່​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ຫຼາຍ​ປະ​ເທດ​ສະ​ມາ​ຊິກ, ໃນ​ນັ້ນ​ມີ​ເລື່ອງ​ຮັບ​ຮອງ​ເອົາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟິກ (TPP) ໂດຍ​ໄວ, ຮັບ​ປະ​ກັນ​ຄວາມ​ປ​ອດ​ໄພ​​ໃນ​ການ​ເດີນທະ​ເລ, ຕ້ານ​ລັດ​ທິກໍ່​ການ​ຮ້າຍ. ໃນ​ມື້​ເຮັດ​ວຽກ​ທີ 2, ບັນ​ດາ​ການ​ນຳ​ຂອງ 7 ປະ​ເທດ​ລວມ​ມີ: ອິນ​ໂດ​ເນ​ເຊຍ, ຫວຽດ​ນາມ, ບັງ​ກະ​ລາ​ເທດ, Papua New Guinea, ລາວ, ສີ​ລັງ​ກາ, Chad ພ້ອມ​ກັບ​ການ​ນຳ​ບັນ​ດາ​ລະ​ບອບ​ລະ​ບຽບ​ການ​ທົ່ວ​ໂລກ​ຄື ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF), ທະ​ນາ​ຄານ​ໂລກ (WB) ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ (OECD)… ຈະ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ G7 ເປີດກວ້າງ. ຄາດ​ວ່າ, ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ການ​ເດີນ​ທະ​ເລ​ຈະ​ແມ່ນ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ສຳ​ຄັນ​ທີ່ກອງ​ປະ​ຊຸມ G7 ​ເປີດກວ້າງດ້ວຍ​ຫົວ​ຂໍ້ “ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ອາ​ຊີ”.

ຂ່າວ/ບົດ​ອື່ນ