ຍິງປືນໃສ່ກັນໃນເຂດຊາຍແດນປາກິດສະຖານ-ອິນເດຍ

ຍິງປືນໃສ່ກັນໃນເຂດຊາຍແດນປາກິດສະຖານ-ອິນເດຍ - ảnh 1
ທະ​ຫານ ປາ​ກິ​ດ​ສະ​ຖານຢູ່ Wagah, ຕິດ​ກັບ​ເຂດ ​ອິນ​ເດຍ​ໃນ​ວັນ​ທີ 16/10
(​ພາບ: AFP/ TTXVN)

(vovworld) – ​ ​​​​ວັນ​ທີ 29/10, ວົງ​ການ​ເຈົ້າ​ໜ້າ​ທີ່​ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ: ໄດ້​ເກີດ​ເຫດ​ຍິງ​ປືນ​ໃສ່​ກັນ​ຄັ້ງ​ໃໝ່​ລະ​ຫວ່າງ​ທະ​ຫານ​ຂອງ​ປະ​ເທດ​ນີ້​ກັບ​ທະ​ຫານ​ຂອງ ອິນ​ເດຍ ຢູ່​ເຂດ​ພິ​ພາດ​ກັນ Kashmir, ເຮັດ​ໃຫ້ພົນ​ລະ​ເມືອງ ປາ​ກິດ​ສະ​ຖານ ໜຶ່ງ​ຄົນ​ເສຍ​ຊີ​ວິດ. ທ່ານ Abdul Majeed Mughal, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ອຳ​ນາດ​ການ​ປົກ​ຄອງ​ຢູ່​ເຂດ Kashmir, ກ່າວ​ປະ​ນາມ​ບັນ​ດາ​ທະ​ຫານ ອິນເດຍ ໄດ້​ຍິງ​ທຳ​ລາຍ​ໃນ​ວັນ​ທີ 28/10 ໂດຍບໍ່​ມີ​ເຫດ​ຜົນ. ກະ​ຊວງ​ການ​ຕ່າງ​ປະ​ເທດ ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ: ເຂົ​າ​ເຈົ້າ​ໄດ້​ສົ່ງ​ຈົດ​ໝາຍ​ທາງ​ການ​ຄັດ​ຄ້ານ​ໃຫ້​ ອິນ​ເດຍ​ ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ. ກ່ອນ​ໜ້ານັ້ນ, ຢ່າງ​ໜ້ອຍ​ສຸດ​ມີສາ​ມັນ​ຊົນ 20 ຄົນ​ເສຍ​ຊີ​ວິດ ແລະ ປະ​ຊາ​ຊົນ​ນັບ​ພັນ​ຄົນ​ຢູ່​ເຂດ​ຊາຍ​ແດນ (LoC) ​ລະ​ຫວ່າງ 2 ປະ​ເທດ​ຢູ່​ Kashmir, ໄດ້​ໄປ​ໜີ້​ໄພ​ນັບ​ແຕ່​ວັນ​ທີ 6/10 ຜ່ານ​ມາ, ເຊິ່ງ​ແມ່ນ​ເວ​ລາ​ເກີດ​ການ​ຍິງ​ປືນ​ໃສ່​ກັນ​ຢູ່​ຊາຍ​ແດນ​​ຮ້າຍ​ແຮງ​ທີ່​ສຸດ​ໃນຫຼາຍ​ປີ​ຜ່ານ​ມາ.

 


ຂ່າວ/ບົດ​ອື່ນ