ຍີ່ປຸ່ນ, ອາຊຽນ ເພີ່ມທະວີການຮ່ວມມື ປ້ອງກັນຄວາມສະຫງົບ ຢູ່ພາກພື້ນ

ຍີ່ປຸ່ນ, ອາຊຽນ ເພີ່ມທະວີການຮ່ວມມື ປ້ອງກັນຄວາມສະຫງົບ ຢູ່ພາກພື້ນ - ảnh 1
ຍີ່ປຸ່ນ, ອາ​ຊຽນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາ​ມສະ​ຫງົບຢູ່​ພາກ​ພື້ນ
(ພາບປະກອບ: baotintuc.vn)


(vovworld) – ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ປ້ອງ​ກັນ​ຄວາ​ມສະ​ຫງົບຢູ່​ພາກ​ພື້ນລະຫວ່າງ​ຍີ່ປຸ່ນ - ອາ​ຊຽນ, ​ເຊິ່ງຈະ​ດຳ​ເນີນ​ໃນ​ອາທິດ​ຈະ​ມາ​ເຖິງ ຢູ່​ນະຄອນຫຼວງ Naypyitaw, ປະ​ເທດ​ມຽນມາ, ຍີ່​ປຸນ ​ແລະ ອາ​ຊຽນ ຈະ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ສ້າງ “ສະພາບ​ແວດ​ລ້ອມ​ທີ່​ໝັ້ນ​ຄົງ ​ແລະ ສັນຕິພາບ​ກວ່າ” ​ໃນ​ພາກ​ພື້ນ. ​ເນື້ອ​ໃນ​ຮ່າງ​ຖະ​ແຫຼ​ງການ​ຮ່ວມ​ ຄາດ​ວ່າ​ຈະ​ໄດ້​ປະກາດ​ທີ່​ກອງ​ປະຊຸມດັ່ງກ່າວ ຢືນຢັນ​ຄືນ​ໃໝ່ຫຼັກ​ໝັ້ນ​ລວມຂອງ​ຍີ່ປຸ່ນ ​ແລະ ອາ​ຊຽນ ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ ກໍ່​ຄື​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ທະ​ເລ. ບັນດາ​ການ​ນຳ​ອາ​ຊຽນ ​ແລະ ຍີ່ປຸ່ນ ຈະ​​ແບ່ງປັນ​ທັດສະນະ​ຮ່ວມ, ​ເຊິ່ງຕາມ​ນັ້ນ​ແລ້ວ, ຢືນຢັນ​ບັນດາ​ການ​ຂັດ​ແຍ້ງບົນ​ທະ​ເລ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​, ບໍ່​ນຳ​ໃຊ້​ອາວຸດ ​ແລະ ບັນດາ​ຝ່າຍ​ຕ້ອງ​ລະງັບ​ໃຈ, ພ້ອມ​ທັງ​ຫີຼິກລ້ຽງ​ບັນດາ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ. ພ້ອມກັນ​ນັ້ນ, ຖະ​ແຫຼ​ງການ​ຮ່ວມຍັງ​ໄດ້​ເຕື້ອງ​ເຖິງ​ເລື່ອງ​ການ​ນຳ​ຍີ່ປຸ່ນ ​ແລະ ອາ​ຊຽນ ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຮັບ​ມື​ກັບ​ໄພພິບັດ, ຮັບ​ມື​​ຕໍ່ບັນດາ​ກໍ່​ລະ​ນີທີ່ຮີບ​ດ່ວນຢ່າງ​​ໄວ, ໜູນ​ຊ່ວຍມະນຸດສະທຳ ກໍ່​ຄື​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ.

ຂ່າວ/ບົດ​ອື່ນ