ຍີ່ປຸ່ນ - ອາຊຽນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຍີ່ປຸ່ນ - ອາຊຽນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 19/11, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ Akinori Eto ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ຜູ້​ຮ່ວມ​ຕຳ​ແໜ່​ງປະ​ເທດ​ຕ່າງໆ​​ໃນ​ອາ​ຊຽນ ຢູ່​ນະຄອນບານ​ກາ, ມຽນມາ. ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ຝ່າຍ ​ເພື່ອ​ໃນ​ໃສ່​ຊຸກຍູ້​ການ​ຮ່ວມ​ມືປ້ອງ​ກັນຄວາມ​ສະຫງົບລະຫວ່າງ​ໂຕ​ກຽວ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ. ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ວ່າການ Eto ​ໄດ້​ເຕືອງ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການຊ່ວຍ​​ເຫຼືອມະນຸດສະທຳ ​ແລະ ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ. ທ່ານ Eto ຢືນຢັນ​ວ່າ ບໍ່​ມີ​ປະ​ເທດ​ໃດ​ສາມາດ​ຮັກສາ​ສັນຕິ​ພາບ​ພຽງ​ລຳພັງ​ຝ່າຍ​ດຽວ ພ້ອມ​ທັງ​ສະ​ແດງ​ແນວ​ຄວາມ​ຄິ​ດ​ຂອງ​ໂຕ​ກຽວ ກ່ຽວ​ກັບ​ເລື່ອງ​ສະໜອງ​ອຸປະກອນ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ກ່ຽວ​ງຂ້ອງ​ເຖິງໂຄງການ​ຍົກ​ສູງ​ຄວາມ​ສາມາດ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ.

        ດ້ວຍ​ກອງ​ປະຊຸມ​ດຳ​ເນີນ​ໄປ​ໃນ​ວັນ​ທີ 19/11 ນີ້, ຍີ່​ປຸ່ນ ​​ໄດ້​ກາຍ​ເປັນ​ປະ​ເທດ​ທີ 3 ດຳ​ເນີນ​ການ​ເຈ​ລະ​ຈາ​ປ້ອງ​ກັນຊາ​ດກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຖັດຈາກ​ອາ​ເມ​ລິ​ກາ ​ແລະ ຈີນ.

ຂ່າວ/ບົດ​ອື່ນ