ຍີ່ປຸ່ນ, ອາເມລິກາ ເພີ່ມທະວີການພົວພັນສຳພັນທະມິດຮັບມືກັບບັນດາໄພນາບຂູ່ຈາກ ສປປ ເກົາຫຼີ

(VOVWORLD) - ວັນທີ 17 ສິງຫາ, ຍີ່ປຸ່ນ ແລະ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ກໍ່ຄວາມກົດດັນຕໍ່ ສປປ ເກົາຫຼີ, ພ້ອມທັງຮັບປະກັນເພີ່ມທະວີການພົວພັນສຳພັນທະມິດເພື່ອແນໃສ່ຮັບມືຢ່າງມີປະສິດທິຜົນກ່ວາກັບໄພນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນຍ້ອນບັນດາໂຄງການລູກສອນໄຟ ແລະ ນິວເຄຼຍຂອງ ພຽງຢ່າງ.
ຍີ່ປຸ່ນ, ອາເມລິກາ ເພີ່ມທະວີການພົວພັນສຳພັນທະມິດຮັບມືກັບບັນດາໄພນາບຂູ່ຈາກ ສປປ ເກົາຫຼີ - ảnh 1 ບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ 2 ຝ່າຍ

ຂໍ້ຕົກລົງນີ້ໄດ້ຍົກອອກມາໃນຂອບເຂດການປຶກສາຫາລືຄວາມໝັ້ນຄົງຂັ້ນສູງ “2+2” ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ໃນຖະແຫຼງພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ 2 ປະເທດໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ “ປະຕິບັດຢ່າງຮອບດ້ານ ແລະ ເຖິງຖອງ” ບັນດາມາດຕະການລົງໂທດຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ ສປປ ເກົາຫຼີ ເພື່ອແນໃສ່ບັງຄັບໃຫ້ປະເທດນີ້ປ່ຽນແປງເສັ້ນທາງຂອງຕົນ.

        ໃນສະພາບການທີ່ກ່ຽວຂ້ອງ, ທ່ານ Vasily Nebenzya, ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ຖືວ່າ ບັນດາຖະແຫຼງການມີລັກສະນະປອງດອງເຊິ່ງ ອາເມລິກາ ແລະ ສປປ ເກົາຫຼີ ຍົກອອກມາ ພາຍຫຼັງບັນດາການກ່າວເຕືອນເຊິ່ງກັນ ແລະ ກັນ ແມ່ນສັນຍານທີ່ດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ