ຍີ່ປຸ່ນ,ການາດາບັນລຸຂໍ້ຕົກລົງກ່ຽວກັບຊຸກຍູ້ການເຕີບໂຕດ້ານເສດຖະກິດ

ຍີ່ປຸ່ນ,ການາດາບັນລຸຂໍ້ຕົກລົງກ່ຽວກັບຊຸກຍູ້ການເຕີບໂຕດ້ານເສດຖະກິດ - ảnh 1
ການເຈລະຈາລະຫວ່າງ 2 ຝ່າຍ
(ພາບ: pm.gc.ca)

(vovworld) – ວົງ​ການ​​ເຈົ້າ​ໜ​້າທີ່ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ວັນ​ທີ 24/5, ທ່ານ​ນາຍົກລັດຖະມົນຕີປະ​ເທດ​ນີ້ Shinzo Abe ​ແລະ ຄູ່​ຕຳ​ແໜ່​ງ ກາ​ນາ​ດາ Justin Trudeau ​ໄດ​້​ເຫັນ​ດີ​ເປັ​ນ​ເອກະສັນ​ເພີ່ມ​ທະວີ​ການ​ກະ​ຕຸ້ນ​ດ້ານ​ການ​ເງິນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ໃນ​ທົ່ວ​​ໂລກ. ຂໍ​້ຕົກລົງ​ນີ້​ບັນລຸ​ໄດ້​ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ​​ແຖວ​ໜ້າ (G7) ຄາດ​ວ່າ​ຈັດ​ຂຶ້ນ​ໃນ​ວັນ​ທີ 26 – 27/5 ຢູ່​ແຂວງ Mie, ພາກ​ກາງ ຍີ່ປຸ່ນ. ກ່າວ​ຄ​ຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ Trudeau ຢູ່​ນະຄອນຫຼວງ ​ໂຕ​ກຽວ, ທ່ານ​ນາຍົກລັດຖະມົນຕີ Abe ປະກາດ​ວ່າ: 2 ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສຸດຍອດ ​G7, ​ໃນ​ນັ້ນ​ກ່ຽວຂ້ອງ​ເຖິງ​ເສດຖະກິດ​​ໂລກ. ທ່ານ Abe ​ໃຫ້​ຮູ້​ວ່າ: 2 ປະ​ເທດ​ກໍ່​ເຫັນ​ດີ​​ເປັນ​ເອກະ​ພາບ​ຍູ້​ໄວ​ບັນດາ​ຄວາ​ມມານະ​ພະຍາຍ​າມ​ເພື່ອ​ໃຫ​້ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ມີ​ຜົນ​ສັກສິດ​ໂດຍ​ໄວ. 

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: 2 ຝ່າ​ຍ​ແບ່ງປັນ “ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ປີນຂັ້ນ​ໄດ” ຢູ່​ທະ​ເລ​ຕາ​ເວັນ​ອອກ. 2 ປະ​ເທດ​ເຫັນ​ດີ​ເປັນ​ເອກ​ະສັນ​ຮ່ວມ​ມື​ນຳ​ກັນ​ເພື່ອ​ແນ​ໃສ່​ຮັບປະກັນສິດ​ເສລີພາບ ​ແລະ ຄວາມ​ປອດ​ໄພ​ໃນການ​ເດີນ​ເຮືອ​ໂດຍ​ອີງ​ໃສ່​ຂໍ້​ກຳນົດ​ກົດໝາຍ.



ຂ່າວ/ບົດ​ອື່ນ