ຍີປຸ່ນຄັດຄ້ານການຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສ.ປ.ປ.ເກົາຫຼີ

   ຍີປຸ່ນຄັດຄ້ານການຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສ.ປ.ປ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld)- ພາຍຫຼັງທີ່ ສ.ປ.ປ. ເກົາຫຼີດຳເນີນການຍິງລູກສອນໄຟໄລຍະສັ້ນ ອອກສູ່ເຂດທະເລ ທາງທິດຕາເວັນອອກຂອງປະເທດຍີປຸ່ນເມື່ອວັນທີ 26/7, ລັດຖະບານຍີປຸ່ນໄດ້ກ່າວຄັດຄ້ານໃນທັນທີ່ ແລະ ຖືວ່າ ການກະທຳນີ້ຂອງ ພຽງຢາງ​ແມ່ນ​ລະ​ເມີດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດຢ່າງ​ໜັກ.

   ກ່າວ​ຄຳ​ເຫັນ​​ໃນ​ການ​ເດີນທາງ​ຢ້ຽມຢາມ​ເມັກ​ຊິກ​ໂກ, ທ່ານ​ນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ຖື​ວ່າ ​ໂຕ​ກຽວ​ຄັດຄ້ານ​ຜ່ານ​ທາງ​ການ​ທູດ​ຢູ່​ປັກ​ກິ​ງ, ພ້ອມ​ທັງ​ສົມທົບ​ກັບ​ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ​ເພື່ອ​ເກັບ​ກຳ​ ​ແລະ ວິ​ເຄາະຂໍ້​ມູນຂ່າວ​ສືບ​ລາຊະການ​ລັບ ​ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ການບິນ​ ​ແລະ ການ​ເດີ​ນ​ເຮືອ​ຢູ່​ພາກ​ພື້ນ. 

ຂ່າວ/ບົດ​ອື່ນ