ຍີ່ປຸ່ນ,ອິນໂດເນເຊຍເຫັນດີເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບບົນທະເລ

ຍີ່ປຸ່ນ,ອິນໂດເນເຊຍເຫັນດີເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບບົນທະເລ - ảnh 1
ທ່ານ​ນາຍ​ົກ​ລັດ​ຖ​ະ​ມົນ​ຕີ​ຍີ່​ປຸ່ນ​ Shinzo Abe
ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ເຈົ້າ​ພາບ Joko Widodo
(ພາບ: EPA/TTXVN)


(vovworld) - ​​ວັນ​ທີ 15/01, ທ່ານ​ນາຍ​ົກ​ລັດ​ຖ​ະ​ມົນ​ຕີ​ຍີ່​ປຸ່ນ​ Shinzo Abe ໄດ້ໄປ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ ​ແລະ ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ເຈົ້າ​ພາບ Joko Widodo. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວ​ີ​ການ​ສົມ​ທົບ​ກັນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ການ​ເດີນ​ທະ​ເລ ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງ​ອະ​ທິ​ປ​ະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ Joko Widodo ໄດ້​ເຫັນ​ດີ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ເດີນ​ທະ​ເລ, ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຂອງກອງ​ທັບ​ເຮືອ​ອິນ​ໂດ​ເນ​ເຊຍ ຢູ່​ອ້ອ​ມ​​ໝູ່ເກາະ Natuna. ການ​ນຳ 2 ທ່ານກໍ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ມາດ​ຕະ​ການ​ຕ້ານ​ການກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ