ຍີ່ປຸ່ນແລະນະຄອນໂຮ່ຈິມີນຮ່ວມມືຍູ້ໄວຄວາມຄືບຫນ້າເສັ້ນທາງລົດໄຟເລກ1

ຍີ່ປຸ່ນແລະນະຄອນໂຮ່ຈິມີນຮ່ວມມືຍູ້ໄວຄວາມຄືບຫນ້າເສັ້ນທາງລົດໄຟເລກ1 - ảnh 1
ສາຍ​ທາງ​ລົດ​ໄຟ​ເລກ1


(vovworld)- ​​​ ວັນ​ທີ 24/8, ທີ່​ການ​ຕ້ອນ​ຮັບ​ຜູ​້​ຕາ​ງ​ຫນ້າ​ສະ​ຫະ​ພັນ​ເສດ​ຖະ​ກິດ​ຍີ່​ປຸ່ນ, ທ່ານ ເລ​ແທງ​ລຽມ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມີນ ໄດ້​ຕີ​ລາ​ຄາ​ສູງ​​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ເວົ້າ​ລວມ ແລະ ນະ​ຄອນ ໂຮ່​ຈິ​ມີນ ເວົ້າ​ສະ​ເພາະ. ທ່ານ ເລ​ແທງ​ລຽມ ໃຫ້​ຮູ້​ວ່າ: ຍີ່​ປຸ່ນ ພວມ​ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ 6 ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ດ້ວຍ ກວ່າ 900 ໂຄງ​ການ, ຍອດ​ຈຳ​ນວນ​ເງິນ​ລົງ​ທຶນກວ່າ 2,7 ຕື້ USD, ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ເຕ​ັກ​ໂນ​ໂລ​ຊີ​ປຸງ​ແຕ່ງ ແລະ ປະ​ດິດ​ສ້າງ. ທ່ານ​ເລ​ແທງ​ລຽມ ສະ​ເຫນີ ຝ່າຍ​ຍີ່​ປຸ່ນ ຍູ້​ໄວ​ຄວາມ​ຄືບ​ຫນ້າ​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ເລກ 1  ໃຫ້​ສຳ​ເລັດ​ໃນ​ປີ 2019. ​ຕາມ ທ່ານ​ເລ​ແທງລຽມ​ແລ້ວ, ນະ​ຄອນ​ໂຮ່​ຈິ​ມີນ ພວມ​ມີ​ໂຄງ​ການ​ສຳ​ຄັນ​ຈຳ​ນວນ​ຫນຶ່ງຄ​ື: ແຜນ​ຮ່າງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ. ນະ​ຄອນ​ໂຮ່​ຈິ​ມີນ ປາດ​ຖະ​ຫນາ​ຢາກ​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ສືບ​ຕໍ່​ເອົາ​ໃຈ​ໃສ່​ເພື່ອ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ເຂົ້າ​ສູ່​ລວງ​ເລິກ. ຍາມ​ໃດ​ນະ​ຄອນ​ໂຮ່​ຈິ​ມີນ ກໍ​ມີ​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ສະ​ດວກ ແລະມີ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ​ເຂົ້າ​ມາລົງ​ທຶນ​ຢູ່​ບໍ​ລິ​ເວນ​ນະ​ຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ