ຍີ່ປຸ່ນແລະອົດສະຕາລີມີຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂອງຈີນຢູ່ທະເລຕາເວັນອອກ

(VOVWORLD) -ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງແຫຼ່ງຂ່າວທີ່ໃຫ້ຮູ້ວ່າ: ເປັນຄັ້ງທຳອິດມີເຮືອບິນຖິ້ມລະເບີດບາງລຳຂອງຈີນ ໄດ້ຈອດລົງສະໜາມບິນແຫ່ງໜຶ່ງຢູ່ທະເລຕາເວັນອອກ.

ຍີ່ປຸ່ນແລະອົດສະຕາລີມີຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂອງຈີນຢູ່ທະເລຕາເວັນອອກ - ảnh 1 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera

(ພາບປະກອບ: Reuters)

ວັນທີ 22 ພຶດສະພາ, ຊ່ອງໂທລະພາບ NHK ໃຫ້ຂ່າວວ່າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Onodera ໃຫ້ຂໍ້ສັງເກດວ່າ, ໃນໄລຍະຜ່ານມາ ຈີນ ໄດ້ເພີ່ມບັນດາການເຄື່ອນໄຫວຖົມດິນຢ່າງວ່ອງໄວ ແລະ ດ້ວຍຂອບຂະໜາດໃຫຍ່ຢູ່ທະເລຕາເວັນອອກ, ຊຸກຍູ້ບັນດາການກໍ່ສ້າງບັນດາຖານທີ່ໝັ້ນດ້ານການທະຫານ, ພ້ອມທັງເພີ່ມທະວີການເຄື່ອນໄຫວຢູ່ທະເລຕາເວັນອອກ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ຖືວ່າ ນີ້ແມ່ນບັນດາບາດກ້າວແນໃສ່ປ່ຽນແປງສະພາບເດີມພຽງລຳພັງຝ່າຍດຽວ ແລະ ຍູ້ທຸກວຽກງານເຂົ້າສະພາບ “ຮຽບຮ້ອຍແລ້ວ” ຂອງຈີນ. ຜູ້ນຳກະຊວງປ້ອງກັນປະເທດຍີ່ປຸ່ນ ໃຫ້ຮູ້ວ່າ,ໂຕກຽວ ມີຄວາມວິຕົກກັງວົນກ່ຽວກັບສະພາບການດັ່ງກ່າວ, ພ້ອມທັງກະຕຸກຊຸກຍູ້ປະຊາຄົມສາກົນຮ່ວມມືເພື່ອຮັກສາ ແລະ ປັນປຸງຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຢ່າງເສລີ, ເປີດກວ້າງໂດຍອີງໃສ່ກົດໝາຍ.

      ແລະກໍ່ໃນວັນດຽວກັນ, ທ່ານນາງລັດຖະມົນຕີການຕ່າງປະເທດອົດສະຕາລີ Julie Bishop ໄດ້ຄັດຄ້ານການເຄື່ອນໄຫວນຳໃຊ້ກຳລັງການທະຫານຂອງຈີນ ຢູ່ທະເລຕາເວັນອອກ, ພາຍຫຼັງມີຂ່າວທີ່ຖືວ່າ ມີເຮືອບິນຖິ້ມລະເບີດຍຸດທະສາດສາມາດນຳລູກລະເບີດນິວເຄຼຍ H-6K ຂອງຈີນ ໄດ້ຈອດລົງສະໜາມບິນໝູ່ເກາະເຈື່ອງຊາ, ຂຶ້ນກັບອະທິປະໄຕຂອງຫວຽດນາມ. ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ພັດທະນາທີ່ສຸດໃນໂລກ (G20) ພວມດຳເນີນຢູ່ Buenos Aires, ປະເທດອາກຊັງຕິນ ໃນວັນທີ 21 ພຶດສະພາ, ທ່ານນາງລັດຖະມົນຕີການຕ່າງປະເທດ Julie Bishop ໄດ້ມີການເຈລະຈາກັບຄູ່ຮ່ວມຕຳແໜ່ງຈີນ ຫວາງອີ. ທ່ານນາງ Bishop ໄດ້ອອກສຽງຄັດຄ້ານບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ ແລະ ຊີ້ແຈ້ງວ່າ “ຫຼັກໝັ້ນຂອງອົດສະຕາລີ ແມ່ນຈະແຈ້ງ ແລະ ຢືດໝັ້ນທີ່ສຸດ. ຄວາມວິຕົກກັງວົນຂອງພວກຂ້າພະເຈົ້າກ່ຽວກັບການເຄື່ອນໄຫວນຳໃຊ້ກຳລັງການທະຫານຢູ່ບັນດາເຂດທີ່ພວມຂັດແຍ້ງກັນຢູ່ທະເລຕາເວັນອອກໃນການປຶກສາຫາລືເປັນຫຼາຍຄັ້ງ ແລະ ກໍ່ແມ່ນຫົວເລື່ອງໃນມື້ນີ້”.

      ທ່ານນາງລັດຖະມົນຕີການຕ່າງປະເທດ Julie Bishop ກໍ່ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ ກັບອາເມລິກາ ທີ່ກອງປະຊຸມ G20. ທ່ານນາງໃຫ້ຮູ້ວ່າ, ອົດສະຕາລີ ຈະສືບຕໍ່ປະຕິບັດສິດເສລີໃນການເດີນເຮືອຢູ່ທະເລ ແລະ ການບິນ, “ສະໜັບສະໜູນສິດຂອງບັນດາປະເທດອື່ນເມື່ອເຮັດສິ່ງທີ່ຄ້າຍຄືກັນ” ແລະ ໄດ້ຊີ້ແຈ້ງຫຼັກໝັ້ນດັ່ງກ່າວກັບຝ່າຍຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ