ຍີ່ປຸ່ນແລະອີຢູມີຄວາມວິຕົກກັງວົນກ່ຽວກັບການກະທຳຂອງຈີນຢູ່ທະເລຕາເວັນອອກ

ຍີ່ປຸ່ນແລະອີຢູມີຄວາມວິຕົກກັງວົນກ່ຽວກັບການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
ຍີ່ປຸ່ນແລະອີຢູມີຄວາມວິຕົກກັງວົນ
ກ່ຽວກັບການກະທຳຂອງຈີນຢູ່ທະເລຕາເວັນອອກ
(ພາບປະກອບ: Reuters)


​(vovworld) -  ວັນ​ທີ 29/05, ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຍີ່ປຸ່ນ ສະຫະພາບ​ເອີ​ລົບ (ອີ​ຢູ), ຖືກ​ດຳ​ເນີນ​ໄປ​ຢູ່​ໂຕກຽວ, ປະ​ເທດ​ຍີ່ປຸ່ນ. ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານປະ​ທານ​ສະພາ​ເອີ​ລົບ Donald Tusk ​ແລະ ທ່ານປະທານ​ຄະນະ​ກຳ​ມະ​ການ​ເອີ​ລົບ hean – Clayde Juncker ພ້ອມ​ກັນ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ເລື່ອງ​ຈີນ ​ເພີ່ມ​ທະວີ​ການ​ກະທຳ​ເພື່ອ​ຊຸກຍູ້​ບັນດາ​ຄຳ​ຖະ​ແຫຼ​ງປະ​ກາດອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫຼງ​ການ​ຮ່ວມ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ຊີ​ແຈ້ງວ່າ, ຍີ່​ປຸ່ນ ​ແລະ ອີ​ຢູ “ຈະ​ສືບ​ຕໍ່​ຕິດຕາມ​ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຮວາ​ຕຸ​ງ ​ແລະ ມີ​ຄວາມ​ວິຕົກ​ກັງວົນ​ຕໍ່ໜ້າ​ບໍ່​ວ່າການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ໃດໆ​​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ເດີມ ​ແລະ ​ເພີ​ມຄວາມ​ເຄັ່ງ​ຕຶງ”. ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເດີນ​ທະ​ເລ​ຢ່າງ​ເສລີ ​ແລະ ການບິນ​ໃນ​ພາກ​ພື້ນ, ຍີ່ປຸ່ນ​ ​ແລະ ອີ​ຢູ ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຈົງ​ລະງັບ​ໃຈ, ບໍ່​ນຳ​ໃຊ້ກຳລັງ​ອາວຸດ​ເພື່ອ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງຢູ່​ທະ​ເລ. ຍີ່ປຸ່ນ ​ແລະ ອີ​ຢູ ຍົກ​ອອກ​ຖະ​ແຫຼ​ງດັ່ງກ່າວ​ໃນ​ສະພາບ​ທີ່​ປັກ​ກິງ ພວມ​ຍູ້​ແຮງ​ການ​ກໍ່ສ້າງ​ບັນດາ​ເກາະ​ທຽ​ມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ.

ຂ່າວ/ບົດ​ອື່ນ