ຍີ່ປຸ່ນແລະອາເມລິກາເຊັນຂໍ້ຕົກລົງເປີດກ້ວາງການຮ່ວມມືດ້ານພະລາທິການ

ຍີ່ປຸ່ນແລະອາເມລິກາເຊັນຂໍ້ຕົກລົງເປີດກ້ວາງການຮ່ວມມືດ້ານພະລາທິການ - ảnh 1
ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ​​ໄດ້ເຊັນ​ຂໍ້​ຕົກລົງ​​ຮັບ​ເອົາ ​ແລະ ​
ເຮັດການ​ບໍລິ​ການ​ໜູນ​ຊ່ວຍ (ACSA)
(ພາບ: TTXVN)

(vovworld) - ວັນ​ທີ 26/09 ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ​​ໄດ້ເຊັນ​ຂໍ້​ຕົກລົງ​​ຮັບ​ເອົາ ​ແລະ ​ເຮັດການ​ບໍລິ​ການ​ໜູນ​ຊ່ວຍ (ACSA) ສະບັບ​ປັບປຸງ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ພະລາທິການ​ລະຫວ່າງ​ບັນດາ​ກຳລັງ​ປະກອບ​ອາວຸດ 2 ປະ​ເທດ, ພາຍຫລັງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນຄວາມ​ສະຫງົບ​ສະບັບ​ໃໝ່​ຂອງ ​ໂຕ​ກຽວ ມີ​ຜົນ​ສັກສິດ​ນັບ​ແຕ່​ເດືອນ 3/2016 ກໍ່​ຄື​ເພີ່ມ​ທະວີພັນ​ທະ​ມິດປ້ອງ​ກັນ​ຄວາມ​ສະຫງົບ ຍີ່ປຸ່ນ - ອາ​ເມ​ລິ​ກາ. ຕາມ ACSA ​ແລ້ວ, ກຳລັງ​ປ້ອງ​ກັນ​ ຍີ່ປຸ່ນ (SDF) ອາດ​ຈະ​ສະໜອງ​​ເຄື່ອງອຸປະ​ໂພ​ກ - ບໍລິ​​ໂພ​ກ​ໃຫ້​ກອງທັບ ອາ​ເມ​ລິ​ກາ ​ໃນ​ນັ້ນ​ມີສະບຽງ​ອາຫານ, ນ້ຳມັນ, ກໍ່​ຄື​ຂົນ​ສົ່ງ ​ແລະ ບັນດາ​ການ​ບໍລິການ​ອື່ນໆ, ຄື​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ພະລາ​ທິການ.​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເລື່ອງ​ສະໜອງລູກ​ປຶ​ນລູກ​ຜາ​ຖືກ​ຈຳກັດ ​ໃນ​ບັນດາ​ກໍລະນີສຸກ​ເສີນດ້ານ​ການ​ທະຫານ ທີ່​ມີ​ຜົນ​ກະທົບ​ເຖິງ ຍີ່ປຸ່ນ. ​ໃນ​ຂະນະ​ນັ້ນ ACSA ສະບັບ​ປັບປຸງ​ຈະ​ອະນຸຍາດ​ໃຫ້​ການ​ສະ​ໜອງ​ລູກ​ປຶ​ນລູກ​ຜາ​ຢ່າງ​ມີໄຫວພິບ​ກ່ວາ.

ຂ່າວ/ບົດ​ອື່ນ