ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືດ້ານກະສິກຳ,ການປະມົງກັບຫວຽດນາມ

ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືດ້ານກະສິກຳ,ການປະມົງກັບຫວຽດນາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ພວ​ມ​ເຮັດ​ວຽກ​ຢູ່​ຍີ່​ປຸ່ນ
(ພາບ: AFP)

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຍີ່​ປຸ່ນ, ວັນ​ທີ 22/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ - ປ່າ​ໄມ້ - ການ​ປະ​ມົງ ​ປຸ່ນ Yoshimasa Hayashi ຢູ່ ໂຕ​ກຽວ. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ຊີ້​ແຈ້ງວ່າ: ຫວຽດ​ນາມ ສະ​ເໜີ​ໃຫ້​ກະ​ຊວງ​ກະ​ສິ​ກຳ ຍີ່​ປຸ່ນ ສືບ​ຕໍ່​ເປີດ​ກ້​ວາງ​ການ​ຮ່ວມ​ມື​ເພື່ອ​ຍົກ​ສູງ​ມຸນ​ຄ່າ​ຂອງ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ປາ​ທູ​ນາ…

        ສ່ວນ​ທ່ານ ທ່ານ​ລັດ​ຖະ​ມົນ​ຕີ​ Hayashi ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ, ລະ​ອຽດ​ແມ່ນ​ຈະ​ໜູນ​ຊ່ວຍ​ຍົກ​ສູງ​ມຸນ​ຄ່າ​ປະ​ເພດ​ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ, ຕໍ່​ກຳ​ປັ່ນ​ຕາມ​ການ​ອອກ​ແບບ​ຂອງ ຍີ​່​ປຸ່ນ…

        ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ໄດ້​ຕ້ອນ​ຮັບ​ປະ​ທານ​ອົງ​ການ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JICA), ປະ​ທານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ຫວຽດ​ນາມ - ຍີ​່​ປຸ່ນ ແລະ ທ່ານ​ຮອງ​ປະ​ທານ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ