ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຊຸກຍູ້ບັນດາມາດຕະການເສດຖະກິດແລະຮັບຮອງເອົາTPP

ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຊຸກຍູ້ບັນດາມາດຕະການເສດຖະກິດແລະຮັບຮອງເອົາTPP - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​່​ປຸ່ນ Shinzo Abe
(ພາບ: TTXVN)


(vovworld) - ວັນ​ທີ 26/09, ສະ​ພາ​ແຫ່ງ​ຊາດຍ​ີ່​ປຸ່ນ ​ໄດ້​ໄຂ​ກອງ​ປະ​ຊຸມ​ພິ​ເສດ​ ທີ່ແກ່​ຍາວ​ເປັນ​ເວ​ລາ 66 ວັນ. ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​່​ປຸ່ນ Shinzo Abe ໃຫ້​ຄຳ​ໝັ້ນ​ສັ​ນ​ຍາ​ຊ​ຸກ​ຍູ້​ການຮັບ​ຮອງ​ເອົາ​ສັນ​ຍາ​ການ​ຄ້າ​ຄູ່​ຮ່ວມ​ມື​ຂ້າ​ມ​ປາ​ຊີ​ຟິກ (TPP) ໂດ​ຍ​ໄວ ແລະ ທິດ​ທາງ​ໃໝ່ໃຫ້​ການ​ເຕ​ີບ​ໂຕ​ດ້ານ​ເສດ​ຖະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຊີ້​ແຈ້ງວ່າ, ສັ​ນ​ຍາ TPP ເຊິ່ງ​ຍີ່​ປຸ່ນ ແລະ 11 ປະ​ເທດ​ອື່ນຢູ່​ຂອບ​ອ້ອມ​ປາ​ຊີ​ຟິກ ​ໄດ້ລົງ​ນາມ​ເມື່ອ​ເດືອນ 02 ຜ່ານ​ມາ ແລະ ແມ່ນ​ຫົ​ວ​ຂໍ້​ຈຸດ​ສຸມ​ໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້, ທ່ານ Abe ໃຫ້​ຮູ້​ວ່າ, ສັນ​ຍາ​ດັ່ງ​ກ່າວ​ແມ່ນ​​​ພາກສ່ວນ​ສຳ​ຄັນ​ໃນ​ບັນ​ດານະ​ໂຍ​ບາຍ​ເຕີບ​ໂຕ​ຂອງ​ທ່ານ. ທ່ານ Abe ເນັ້ນ​ໜັກ​ວ່າ: “ເລື່ອ​ງ TPP ມີ​ຜົນ​ສັກ​ສິດ​ໂດຍ​ໄວ ຈະ​ແ​ມ່ນ​ກາ​ລະ​ໂອ​ກາດ​ໃຫຍ່​ເພື່ອ​ໃຫ້​ຍີ່​ປຸ່ນ ບັນ​ລຸ​ຄາດ​ໝາຍ​ວົງ​ເງິນ​ສົ່ງ​ອອກ​ກະ​ສິ​ກຳ​ປະ​ຈຳ​ປີ​ແມ່ນ 10 ຕື້ USD”.

ຂ່າວ/ບົດ​ອື່ນ