ຍີ່ປຸ່ນໜູນຊ່ວຍສ້າງສັງຄົມ ເພື່ອຮັບມືກັບໄພທຳ ມະຊາດຢູ່ເທື່ອທຽນເຫ້ວ


ຍີ່ປຸ່ນໜູນຊ່ວຍສ້າງສັງຄົມ ເພື່ອຮັບມືກັບໄພທຳ ມະຊາດຢູ່ເທື່ອທຽນເຫ້ວ - ảnh 1

(ພາບປະ​ກອບ: TTXVN

(vovworld)- ວັນ​ທີ 28/7, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄດ້​ຮັບ​ໂຄງການ “ສ້າງ​ສັງຄົມ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ (​ໄລຍະ 2) ຢູ່​ເທື່ອ​ທຽນ​ເຫ້ວ“. ​ໂຄງການ​ໂດຍ​ລັດຖະບານ​ຍີ່ປຸ່ນອຸປະຖຳ​ຜ່ານ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (​ໄຈ​ກາ) ດ້ວຍ​ຈຳນວນ​ເງິນ​ຊ່ວຍ​ເຫຼືອ​ຫລ້າ​ແມ່ນ​ປະມານ 13,5 ຕື້​ດົ່ງ; ທຶນ​ສົມທົບ​ຂອງ​ບັນດາ​ທ້ອງ​ຖິ່ນ​ໃນ​ຂົງເຂດ​ເຂົ້າຮ່ວມ​ໂຄງການ​ແມ່ນ 800 ລ້ານ​ດົ່ງ. ​ໂຄງການ​ນີ້​ຖືກ​ມອບ​ໃຫ້ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດແຂວງ​ເທື່ອ​ທຽນ​ເຫ້ວ ​ເປັນ​ເຈົ້າຂອງ​​ໂຄງການ ​ແລະ ​ໄດ້​ລົງມືປະຕິບັດ​ນັບ​ແຕ່​ນີ້​ຮອດ​ເດືອນ 7/2016 ​ໂດຍ​ສຸມ​ໃສ່​ປະຕິບັດ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ​ອີງ​ຕາມ​ປະຊາ​ຄົມ ​ແລະ​ ຫລຸດຜ່ອນ​ຄວາມ​ສ່ຽງ​ຢູ່ ແຂວງ​ເທື່ອ​ທຽນ​ເຫ້ວ. ​ນອກຈາກ​ນັ້ນກໍ່ເພີ່ມ​ທະວີມາດຕະການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ກ່ຽວຂ້ອງ​ເຖິງ​ນ້ຳດ້ວຍ​ລະ​ບົບຄຸ້ມ​ຄອງ​ນ້ຳຖ້ວມ​ສັງ​ລວມຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ບໍລິ​ເວນ./.

ຂ່າວ/ບົດ​ອື່ນ