ຍ້ອງຍໍຄູອາຈານດີເດັ່ນ 48 ຄົນທີ່ສິດສອນນັກຮຽນພິການ

(VOVWORLD) -ລາຍງານ “ແບ່ງປັນພ້ອມກັບຄູອາຈານ” ປີ 2018 ເພື່ອແນໃສ່ຍ້ອງຍໍບັນດາຄູອາຈານທີ່ພວມສິດສອນໃຫ້ນັກຮຽນພິການ ຢູ່ບັນດາໂຮງຮຽນສະເພາະ, ສູນໜູນຊ່ວຍການພັດທະນາການສຶກສາເຊື່ອມຕົວ ແລະ ສູນອຸປະກາລະສັງຄົມ.

ຍ້ອງຍໍຄູອາຈານດີເດັ່ນ 48 ຄົນທີ່ສິດສອນນັກຮຽນພິການ - ảnh 1ລາຍງານ “ແບ່ງປັນພ້ອມກັບຄູອາຈານ” ປີ 2018

(ພາບ: TTXVN)

ຕອນຄ່ຳວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງສະຫະສະມາຄົມຊາວໜຸ່ມຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ; ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບກຸ່ມບໍລິສັດ ທຽນລອງ ຈັດລາຍງານ “ແບ່ງປັນພ້ອມກັບຄູອາຈານ” ປີ 2018 ເພື່ອແນໃສ່ຍ້ອງຍໍບັນດາຄູອາຈານທີ່ພວມສິດສອນໃຫ້ນັກຮຽນພິການ ຢູ່ບັນດາໂຮງຮຽນສະເພາະ, ສູນໜູນຊ່ວຍການພັດທະນາການສຶກສາເຊື່ອມຕົວ ແລະ ສູນອຸປະກາລະສັງຄົມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ເນັ້ນໜັກວ່າ.

        “ໃນໄລຍະຜ່ານມາ, ໂດຍປະຕິບັດມະຕິສູນກາງກ່ຽວກັບການປ່ຽນແປງໃໝ່ການສຶກສາ, ໂຮງຮຽນຫຼາຍແຫ່ງໄດ້ຮັບສະໝັກນັກຮຽນພິການ ແລະ ວຽກງານນີ້ບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມຂອງບັນດາຄູອາຈານເທົ່ານັ້ນ, ຫາກຍັງນັບທັງພໍ່ແມ່ຂອງນັກຮຽນຢູ່ຫ້ອງຮຽນ, ໂຮງຮຽນນັ້ນອີກດ້ວຍ. ພວກເຮົາຄວນສ້າງເງື່ອນໄຂ, ສ້າງຂະບວນການເພື່ອໃຫ້ບັນດານັກຮຽນ, ຄູອາຈານ ແລະ ພໍ່ແມ່ນັກຮຽນ ພ້ອມກັນມີຄວາມຮັບຮູ້ໄດ້ ແລະ ຮ່ວມແຮງຮ່ວມໃຈກັນ. ນີ້ບໍ່ແມ່ນບັນຫາດ້ານສິນທຳ, ອາລົມຈິດ, ມູນເຊື້ອ ຫາກແມ່ນໜ້າທີ່ຮັບຜິດຊອບຢ່າງແທ້ຈິງ”.

        ປີ 2018 ນີ້, ຄະນະຈັດຕັ້ງໄດ້ຍ້ອງຍໍຄູອາຈານ 48 ຄົນ ທີ່ມາຈາກບັນດາແຂວງ, ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ