ຍ້ອງຍໍຊົມເຊີຍປະທານກຳມະບານຂັ້ນຮາກຖານ 85 ຄົນທີ່ດີເດັ່ນໃນທົ່ວປະເທດ

ຍ້ອງຍໍຊົມເຊີຍປະທານກຳມະບານຂັ້ນຮາກຖານ 85 ຄົນທີ່ດີເດັ່ນໃນທົ່ວປະເທດ  - ảnh 1
ຍ້ອງຍໍ​ປະທານ​ກຳມະບານ​ຂັ້ນ​ຮາກ​ຖານ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ
(ພາບ: dangcongsan.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 27/07, ສະຫະພັນ​ໃຫຍ່​ແຮງ​ງານຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍປະທານ​ກຳມະບານ​ຂັ້ນ​ຮາກ​ຖານ​ດີ​ເດັ່ນ​ທົ່ວ​ປະ​ເທດ. ​​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຕ່ອງ​ທິຟ໋ອງ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ໃນ​ໄລຍະ 85 ປີ​​ແຫ່ງ​ການ​ກໍ່ສ້າງ ​ແລະ ​ເຕີບ​ໃຫຍ່, ຍາມ​ໃດກຳມະບານ​ຫວຽດນາມ ກໍ່​ຕັ້ງໜ້າ ​ແລະ ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ຢ່າງ​ທັນ​ການ, ປຸກລະດົມ​ບັນດາ​ຂະ​ບວນການ​ແຂ່ງ​ຂັນອອກ​ແຮງ​ງານ​ເກ​ັ່ງ, ຄົນ​ງານ​ມີ​ຫົວຄິດ​ປະດິດ​ສ້າງ​ເປັນ​ປະຈຳ… ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ວ່າ.

        “ກຳມະບານ​ຕ້ອງ​ສືບ​ຕໍ່​ເປັນ​ເສນາ​ທິການ, ສະ​ເໜີ​ຕໍ່​ພັກ, ລັດ ກ່ຽວ​ກັບ​ບັນດາມາດ​ຕະການ​ແກ້​ໄຂ​ເພື່ອ​ແກ້​ໄຂ​ບັນຫາ​ປະຕິບັດ​ນະ​ໂຍບາຍ​ເງິນ​ເດືອນ, ​ເງິນ​​ບຳບັດ, ປະຕິບັດ​ບັນດາ​ນະ​ໂຍບາຍ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ, ​ເບິ່ງ​ແຍງ​ດູ​ແລ​ຄົນ​ເຈັບ​ຍ້ອມຕິດພະຍາດ​ອາຊີບ… ນີ້​ແມ່ນ​ບັນດາ​ບັນຫາ​ຮີບ​ດ່ວນ​ທີ່​ສຸດ​ຂອງ​ຄົນ​ງານ ​ເຊິ່ງບັນ​ດາ​ພະນັກງານ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ອົງການ​ກຳມະບານ​ທຸກ​ຂັ້ນ ຕ້ອງ​ສົມທົບ​ກັນ​ໂຄສະນາ, ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ກຳມະບານ​ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າດ້ວຍ​ແຮງ​ງານ (ສະບັບ​ປັບປຸງ) ​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ຄົນ​ງານ, ຜູ້ນຳ​ໃຊ້​ຄົນ​ງານ​ເຂົ້າ​ໃຈ ​ແລະ ປະຕິບັດ​​ຢ່າງຖືກຕ້ອງ”.

        ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ກໍ່​ສະ​ເໜີ​ໃຫ້​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ຕ້ອງ​ມີ​ແຜນການ​ຢ່າງ​ລະອຽດ, ຊີ້​ນຳ​ວຽກ​ງານ​ພັດທະນາ ​ແລະ ປ່ຽນ​ໃໝ່​ເນື້ອ​ໃນ​, ວິທີ​ການ​​ເຄື່ອນ​ໄຫວ​ກຳມະບານ​ໃນ​ບັນດາ​ວິ​ສາ​ຫະກິດ…ຢ່າງ​ຂ້ຽວຂາດ ເພື່ອ​ໃຫ້​ກຳ​ມະ​ບານ​ເປັນ​ຜູ້​ຕາງໜ້າ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຄົນ​ງານ​ຢ່າງ​ແທດ​ຈິງ.


ຂ່າວ/ບົດ​ອື່ນ