ຍ້ອງຍໍບັນດາຜູ້ມີສິດທິພົນຊື່ສຽງໃນປະຊາຊົນບັນດາເຜົ່າ,ບັນດາຜູ້ມີຍົດຖາບັນດາສັກ

ຍ້ອງຍໍບັນດາຜູ້ມີສິດທິພົນຊື່ສຽງໃນປະຊາຊົນບັນດາເຜົ່າ,ບັນດາຜູ້ມີຍົດຖາບັນດາສັກ - ảnh 1
ພິ​ທີຍ້ອງ​ຍໍຊົມ​ເຊີຍ​ບັນ​ດາ​ຜູ້​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ
​ໃນ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ບໍ​ລິ​ເວັນ​ແຂວງ
(ພາບ​: daidoanket.vn)


(vovworld) - ວັນ​ທີ 24/02, ແຂວງ ຊອກ​ຈັງ ໄດ້​ຈັດ​ການ​ພົບ​ປະ​ສ້າງ​ສັນ ແລະ ຍ້ອງ​ຍໍຊົມ​ເຊີຍ​ບັນ​ດາ​ຜູ້​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ບໍ​ລິ​ເວັນ​ແຂວງ. ປີ 2016, ຜູ້​ມີ​​ອິດ​ທິ​ພົນ​ຊື່​ສຽງ​ໃນ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າໃນ​ບໍ​ລິ​ເວັນ​ແຂວງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ, ໜ້າ​ທີ່​ຂອງ​ຕົນ​ໃນ​ວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ​ເປັນ​ຢ່າງດ​ີ; ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ເຂດ​ປະ​ຊາຊົນ​ບັນ​ດາ​ເຜົ່າ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ຄະ​ນະ​ພັ​ແຂວງ​ຊອກ​ຈັງ ຫງວຽນ​ວັນ​ເທ ປາດ​ຖະ​ໜາ​ວ່າ, ຜູ້​ທີ​ມີ​ອິດ​ທິ​ພົ​ນ​ຊື່​ສຽງ​ໃນ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ, ໜ້າ​ທີ່​ຮັບ​ຜິດ​ຊອບກວ່າ​ອີກ ເພື່ອ​ສົມ​ເປັນ​ແກ່ນ​ສານ, ແມ່ນ​ຂົວ​ຕໍ່​ນຳ​ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ພັກ​ເຖິງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ໃຫ້​ນ​ັບ​ມື້​ນັບ​ແທດ​ຈິງກວ່າ.

        ແລະ​ກໍ​ໃນ​ວັນ​ດຽ​ວ​ກັນ, ຢ​ູ່​ແຂວງ ບິ່ງ​ເຟື໋ອກ ກ​ໍ​ຈັດ​ພິ​ທີ​ພົບ​ປະ​ສ້າງ​ສັນ​ກັບ​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ເຊັ່ນ​ດ​ຽວ​ກັນ.

ຂ່າວ/ບົດ​ອື່ນ