ຍ້ອງຍໍສັນລະເສີນພະນັກ ງານກຳມະບານຂັ້ນຮາກຖານທີ່ດີເດັ່ນທົ່ວປະເທດຄັ້ງທີ 2

ຍ້ອງຍໍສັນລະເສີນພະນັກ ງານກຳມະບານຂັ້ນຮາກຖານທີ່ດີເດັ່ນທົ່ວປະເທດຄັ້ງທີ 2 - ảnh 1
ທີ່​ກອງ​ປະຊຸມ​ຍ້ອງຍໍສັນລະ​ເສີນ​ພະນັກງານ​
ກຳມະບານ​ຂັ້ນ​ຮາກ​ຖານ​ທີ່​ດີ​ເດັ່ນ​ທົ່ວ​ປະ​ເທດ​ຄັ້ງ​ທີ 2
( ພາບ: laodong.com.vn )


( vovworld ) -    ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການກຳມະບານ​ຫວຽດນາມ (28/7/1929 – 28/7/2012), ຕອນ​ເຊົ້າ​ວັນ​ທີ 28/7 ຢູ່​ຮ່າ​ໂນ້ຍ, ​ສະຫະພັນ​​ໃຫຍ່ແຮງ​ງານ​ຫວຽດນາມ​ ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ຍ້ອງຍໍສັນລະ​ເສີນ​ພະນັກງານ​ກຳມະບານ​ຂັ້ນ​ຮາກ​ຖານ​ທີ່​ດີ​ເດັ່ນ​ທົ່ວ​ປະ​ເທດ​ຄັ້ງ​ທີ 2. ທີ່​ກອງ​ປະຊຸມ, ມີ​ພະນັກງານ​ກຳມະບານຂັ້ນ​ຮາກ​ຖານ​ທີ່​ດີ​ເດັ່ນ 110 ຄົນ​ໄດ້​ຮັບ​ການ​ເຊີດ​ຊູ. ນີ້​ແມ່ນ​ບັນດາ​ພະນັກງານ​ກຳມະບານ​ດີ​ເດ່​ັນ, ມີ​ວິທີ​ການ ​ແລະ ທັກ​ສະໃນ​ການ​ເຄື່ອນ​ໄຫວ​ວຽກ​ງານກຳມະບານ, ມີນ້ຳ​ໃຈຮັບຜິດຊອບ, ​ໃກ້ຊິດ​ກັບ​ກຳມະກອນ, ​ຜູ້​ອອກ​ແຮງ​ງານ; ກ້າ​ເສຍສະຫຼະ​ສິດຜົນປະ​ໂຫຍ​ດສ່ວນ​ຕົວ​ເພື່ອ​ເກັ້ຍກ່ອມ​ຕໍ່ສູ້​ປົກ​ປ້ອງ​ສິດ, ຜົນ​ປະ​ໂຫຍດອັນຊອບ​ທຳ​ຂອງ​ຜູ້​ອອກ​ແຮງ​​ງານ; ມີ​ການ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງເຂົ້າ​ໃນ​ການ​ສ້າງ​ຂະ​ບວນການ​ກຳມະກອນຜູ້​ອອກ​ແຮງ​ງານ ​ແລະ ຈັດ​ຕັ້ງອົງການ​ກຳມະບານ​ເຂົ້ມແຂງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໄດ້​ເນັ້ນ​ໜັກ​ວ່າ.

ຍາມ​ໃດພັກ, ລັດ ​ແລະ ປະຊາຊົນ​ກໍ​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຊົນ​ຊັ້ນ​ກຳມະກອນ ​ແລະ ອົງການ​ກຳມະບານ; ພ້​ອມກັນ​ນັ້ນ ຮຽກຮ້ອງ​ເຮັດ​ແນວ​ໃດ​​ເພື່ອ​ໃຫ້ອົງການ​ກຳມະບານ​ ປະຕິບັດ​ບົດບາດໜ້າ​ທີ່ຂອງ​ຕົນ ​ເພື່ອ​ສືບ​ຕໍ່​ສ້າງ​ຊົນ​ຊັ້ນ​ກຳມະກອນ​ຫວຽດນາມ. ຂ້າພະ​ເຈົ້າ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ຈັດ​ຕັ້ງ​ກຳມະບານຫວຽດນາມ ຈະ​ສົມ​ເປັນ​ບ່ອນ​ອີງຂອງ​ກຳມະກອນ, ພະນັກງານ ​ແລະ ຜູ້​ອອກ​ແຮງງານ. ​ເປັນ​ຂົວ​ເຊື່ອມຕໍ່​ລະຫວ່າງ​ພັກ ​ແລະ ຊົນ​ຊັ້ນ​ກຳມະກອນ​ຢ່າງ​​ແທດ​ຈິງ .

ຂ່າວ/ບົດ​ອື່ນ