ຍ້ອງຍໍແບບຢ່າງກຳມະບານລັດຖະກອນຫວຽດນາມທີ່ດີເດັ່ນ

ຍ້ອງຍໍແບບຢ່າງກຳມະບານລັດຖະກອນຫວຽດນາມທີ່ດີເດັ່ນ - ảnh 1
ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ຄັ້ງ​ນີ້
(ພາບ: laodong.com.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 2/6, ຢູ່​ຮ່າ​ໂນ້ຍ, ກຳມະບານ​ລັດຖະກອນ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ ຍ້ອງຍໍ​ແບບຢ່າງ​ທີ່​ດີ​ເດັ່ນ ​ແລະ ພະນັກງານ​ລັດຖະກອນ, ພາລະ​ກອນ​ຍິງທີ່​​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ໄລຍະ 5 ປີ (2010-2015). ​ໃນ 5 ປີຜ່ານມາມີ​ເກືອບ 2.500 ຫົວຄິດ​ປະດິດ​ສ້າງທີ່​ກ້າວໜ້າ, ນັບ​ຮ້ອຍ​ຫົວ​ຂໍ້​ທີ່​ມີ​ຄຸນຄ່າສູງດ້ານ​ເສດຖະກິດ - ສັງຄົມ ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ… ຂະ​ບວນການ “​ເຮັດ​ຫຼ້ອນວຽກບ້ານ​ການ​ເຮືອນ“ ​ໄດ້​ກາຍ​ເປັນ​ແກ່ນສານ​​​ໃນການ​ເຄື່ອນ​ໄຫວຂອງ​ແມ່ຍິງນັບ​ແຕ່ຂັ້ນ​ຮາກ​ຖານ​ເຖິງ​ກຳມະບານ​ລັດຖະກອນ​ຫວຽດນາມ… ທີ່​ກອງ​ປະຊຸມ, ມີ​ພະນັກງານ​ລັດຖະກອນ, ພາລະ​ກອນ 170 ​ຄົນໄດ້​ຮັບ​ການ​ຍ້ອງຍໍ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ຮອງ​ປະທານ, ຜູ້​ປະຈຳການ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ເຈິ່ນ​ແທງ​ຫາຍ, ຖື​ວ່າ:

        “​ໃນ​ໄລຍະ​ປະຈຸ​ບັນ, ພູມ​ປັນຍາ​ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ຕັດສິນ ​ເມື່ອ​ທຽບ​ໃສ່​ປະສົບ​ການ, ອັນ​ໄດ້​ຮຽກຮ້ອງ​ກຳມະບານ​ທຸກ​ຂັ້ນ ​ຕ້ອງ​ສ້າງ​ໂອກາດ​​ໃຫ້​ຜູ້​ອອກ​ແຮງ​ງານ​ຍົກ​ສູງ​ລະດັບ​ຄວາມ​ຮູ້, ລະດັບ​ວິຊາ​ສະ​ເພາະ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ອອກ​ແຮງ​ງານ. ພະນັກງານ​ກຳມະບານ​ຄວນ​ຊອກ​ຫາ​ບັນດາ​ແບບຢ່າງ​ອອກ​ແຮງ​ງານທີ່​ດີ​ເດັ່ນໃນ​ໝູ່​ມະຫາຊົນ ​ເພື່ອ​ສະ​ເໜີ​ຕໍ່ຜູ້ນຳ​ໃຊ້​ແຮງ​ງນ, ສ້າງ​​​ເປັນ​ກຳລັງ​ຜູ້​ອອກ​ແຮງ​ງານ​ທີ່​ດີ​ເດັ່ນຄື​ດັ່ງ​ຊັບ​ສົມບັດ​ຂອງ​ອົງການ, ຫົວໜ່ວຍ​ຕົນ“.


ຂ່າວ/ບົດ​ອື່ນ