ຍາມໃດ EU ກໍ່ຖືເປັນສຳຄັນຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນກັບຫວຽດນາມ

ຍາມໃດ EU ກໍ່ຖືເປັນສຳຄັນຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນກັບຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ ແລະ
ທ່ານ​ປະທານ EC, Donald Tusk
(ພາບ: vietnamplus.vn)


​(vovworld) – ວັນ​ທີ 29/04, ທີ່​ສຳນັກງານຄະນະ​ກຳມະການ​ເອີ​ລົບ (EC), ຢູ່​ບຣຸກ​ແຊນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັບ​ແຫ່ງ ສສ.ຫວຽດນາມ ປະຈຳ​ແບນ​ຊິກ, ຫົວໜ້າຄະ​ນະ​ຜູ້​ແທນ​ຫວຽດນາມ ປະຈຳ​ສະຫະພາບ​ເອີ​ລົບ (EU) ​ເວື​ອງ​ເທື່ອ​ຟອງ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕໍ່​ທ່ານ​ປະທານ EC, Donald Tusk. ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ ​ໄດ້​ຍົກ​ອອກ​ບົດບາດ​ຂອງ EU ​ເຊິ່ງປະຈຸ​ບັນ​ພວມ​ແມ່ນ​ຄູ່​ຄ້າ​ລາຍ​ໃຫຍ່​ອັນ​ດັບ 2, ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ​ຫວຽດນາມ. ພ້ອມ​ທັງ EU ກໍ່​ແມ່ນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ກ່ຽວກັບ​ການ​ຮ່ວມ​ມື​ພັດທະນາ ​ແລະ ການ​ລົງທຶນ, ນັກ​ອຸປະຖຳ​ໃຫ້​ແກ່​ການ​ພັດທະນາ, ຊ່ວຍ​ເຫຼືອ​ລາ​ໃຫຍ່​ກວ່າ​ໝູ່​ໃຫ້​ແກ່​ຫວຽດນາມ.

        ທ່ານປະທານ EC, Donald Tusk ຢືນຢັນ​ວ່າ, ຍາມ​ໃດ EU ກໍ່​ຖື​ເປັນ​ສຳຄັນ​ຊຸກຍູ້​ການ​ພົວພັນ​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ຫວຽດນາມ ​ໃນ​ການ​ພົວ​ພັນ 2 ຝ່າຍ ກໍ່​ຄື​​ໃນ​ຂອບ​ເຂດ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ EU – ASEAN, ASEM ​ແລະ ບັນດາ​ເວທີ​ປາ​ໄສ​ສາກົນ​ອື່ນໆ. ທ່ານ​ປະທານ EC ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, 2 ຝ່າຍ​ຈະ​ສຳ​ເລັດ​ການ​ເຈລະຈາ​ ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (EVFTA) ​ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ນຳ​ການ​ພົວ​ພັນ​ລະຫວ່າງ EU - ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ