ຍາມໃດປະເທດລັດເຊຍກໍມີທີ່ຕັ້ງບົດບາດພິເສດໃນຈິດໃຈປະຊາຊົນຫວຽດນາມແຕ່ລະຄົນ

ຍາມໃດປະເທດລັດເຊຍກໍມີທີ່ຕັ້ງບົດບາດພິເສດໃນຈິດໃຈປະຊາຊົນຫວຽດນາມແຕ່ລະຄົນ - ảnh 1
ທ່ານ ຟ້າ​ມກວາງ​ງີ້ ຕ້ອນຮັບ​ທ່ານ Konstantin Vasilievich
 ​ເອກ​ອັກຄະ​ລັດຖະທູດ​​​ລັດ​ເຊຍ ປະຈຳ ຫວຽດນາມ
(ພາບ: Anh Quý)

(vovworld) – ຕອນ​ບ່າຍ​ວັນ​ທີ 21/5, ທ່ານ ຟ້າ​ມກວາງ​ງີ້, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ, ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Konstantin Vasilievich, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັນ​​ແຫ່ງ​ສະຫະພັນ​ລັດ​ເຊຍ ປະຈຳ ຫວຽດນາມ. ທີ່​ການ​ຕ້ອນຮັບ​ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ຟ້າ​ມກວາງ​ງີ້ ​ເນັ້ນ​ໜັກ​ວ່າ: ຍາມ​ໃດ ປະ​ເທດ​ ລັດ​ເຊຍ ກໍ​ມີ​ທີ່​ຕັ້ງ​ບົດບາດສຳຄັນ​ທີ​່ສຸດ​ໃນ​ຈິດ​ໃຈຂອງ​ຊາວ ຫວຽດາມ ​ແຕ່ລະຄົນ ​ແລະ ສະ​ເຫຼີ​ມສະ​ລອງ 65 ປີ​​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ແມ່ນ​ພະຍານ​ຫຼັກ​ຖານ​ຢັ້ງຢືນການ​ພົວພັນ​ອັນ​ດີງາມ ​ແລະ ຍາວ​ນານ​ນັ້ນ. ທ່ານ ຟ້າ​ມກວາງ​ງີ້ ຖື​ວ່າ: ຍາມ​ໃດ ຫວຽດນາມ ​ເວົ້າ​ລວມ ​ແລະ ຮ່າ​​ໂນ້ຍ ​ເວົ້າ​ສະ​ເພາະ ກໍ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ບັນດາ​ວິ​ສາ​ຫະກິດ ລັດ​ເຊຍ ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ: ການ​ພົວພັນ​ດ້ານ​ການ​ຄ້າ 2 ​ຝ່າຍ ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໂດຍ​ໄວ.

        ທ່ານ​ເອກ​ອັກຄະ​ລັດຖະທູດ Konstantin Vasilievich ​ເນັ້ນ​ໜັກ​ວ່າ: ສະຫະພັນ​ລັດ​ເຊຍ ​ແລະ ຫວຽດນາມ ​ແມ່ນ 2 ປະ​ເທດ​ທີ່​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານມາ​ແຕ່​ດົນ​ນານ, ​ດ້ວຍຖານະຕຳ​ແໜ່​ງ​ໃໝ່​ທ່ານ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ເວົ້ນລວມ ​ແລະ 2 ນະຄອນຫຼວງ​ເວົ້າສະ​ເພາະ​ຍິ່ງເລິກ​ເຊິ່ງຂຶ້ນ​ຕື່ມ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ເທ໋ຖາວ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Konstantin Vasilievich, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັນ​ແຫ່ງ​ສະຫະພັນ​ ລັດ​ເຊຍ ປະຈຳ ຫວຽດນາມ.                                                                    

            

ຂ່າວ/ບົດ​ອື່ນ