ຍາມໃດສະຫະປະຊາຊາດກໍແມ່ນຄູ່ຮ່ວມມືສຳຄັນໜູນຊ່ວຍຫວຽດນາມ

ຍາມໃດສະຫະປະຊາຊາດກໍແມ່ນຄູ່ຮ່ວມມືສຳຄັນໜູນຊ່ວຍຫວຽດນາມ - ảnh 1
(ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ປະຈຳ​
ສະຫະ​ປະຊາ​ຊາດ (UN) ຢູ່​ຫວຽດນາມ)


(vovworld) – ຍາມ​ໃດ​ສະຫະ​ປະຊາ​ຊາດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໜູນ​ຊ່ວຍຫວຽດນາມ ​ໃນ​ການ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ​້າທາ​ຍຂອງ​ໂລກ ພາຍຫຼັງ​ປີ 2015. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ປະຈຳ​ສະຫະ​ປະຊາ​ຊາດ (UN) ຢູ່​ຫວຽດນາມ, ​ເມື່ອ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ​ຫວຽດນາມ, ​ເນື່ອງ​​ໃນ​ໂອກາດສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​​ເດືອນ​ສິງຫາ ​ແລະ​ ວັນ​ຊາດຫວຽດນາມ ທີ 2 ກັນຍາ. ທ່ານ​ນາງ Pratibha Mehta ​ໃຫ້​ຮູ້​ວ່າ, ລັດຖະບານ​ຫວຽດນາມ ​ແລະ ສະຫະ​ປະຊາ​ຊາດ ພວມ​ຢູ່ໃນ​ວິວັດ​ການ​ພ້ອມ​ກັນ​ສ້າງ​ແຜນການ​ຮ່ວມ​ມື​ພາຍຫຼັງ​ປີ 2016. ຕາມ​ນັ້ນ​ແລ້ວ, ສະຫະ​ປະຊາ​ຊາດ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ປະຕິບັດ​ບັນດາ​​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ. ບັນດາ​ອົງການສຳນັກງານ​ຂອງ​ສະຫະ​ປະຊາ​ຊາດ ຢູ່​ຫວຽດນາມ ກໍ​ຈະ​ໜູນ​ຊ່ວຍ​ວິວັດການ​ເຊື່ອມ​ໂຍງ​ເຂົ້າ​ກັບທົ່ວ​ໂລກ ​ແລະ ພາກ​ພື້ນ, ຊຸກຍູ້​ການ​ສົມທົບ​ໃຕ້-​ໃຕ້ ​ແລະ ບັນດາ​ການ​ພົວພັນ​ຄູ່ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລກ.

ຂ່າວ/ບົດ​ອື່ນ