ຍາມ​ໃດ​ຫວຽດ​ນາມ​ກໍ​ເຊີ​ດ​ຊູ​ກົດ​ໝາ​ຍ​ສາ​ກົນ​ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ

ຍາມ​ໃດ​ຫວຽດ​ນາມ​ກໍ​ເຊີ​ດ​ຊູ​ກົດ​ໝາ​ຍ​ສາ​ກົນ​ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ - ảnh 1
(IPU 132 ກ້າວເຂົ້າສູ່ມື້ເຮັດວຽກທີ 3, ດ້ວຍ 5 ກອງ​ປະຊຸມທາງການ)

(vovworld) – ​ວັນທີ 30/03, ກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົ​ນຄັ້ງ​ທີ 132 (IPU 132) ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທີ່ 3. ຄາດ​ວ່າ, ຈະ​ມີກອງຊຸ​ມທາງ​ການ 5 ​ຄັ້ງ, ​ໃນ​ນັ້ນມີ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ IPU ດ້ວຍ​ການ​ປຶກສາ​ຫາລື​​ຫົວ​ຂໍ້​ຮີບ​ດ່ວນ, ພວມ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຈາກ​ໂລກ. ​ຫົວ​ຂໍ້​ຮີບ​ດ່ວນ​ໄດ້​ຕັດສິນ​ໃນ​ວັນ​ທີ 29/03, ​ໂດຍ​ອີງ​ໃສ່​ຂໍ້​ສະ​ເໜີ​ຂອງ 9 ປະ​ເທດ. ​ໃນ​ນັ້ນ, ຂໍ້​ສະ​ເໜີ​ຂອງ​​ແບນ​ຊິກ ​ແລະ ອົດສຕາ​ລີ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ກຸ່ມ​ກໍ່​ການ​ຮ້າຍ Boko Haram ​ເຊິ່ງ​ໄດ້​ຮັບການ​ຮັບຮອງ​ເອົາ​ດ້ວຍຈຳນວນ​ບັດ​ສະໜັບສະໜູນສູງ​ສຸດ. ຕາມ​ຂໍ້​ກຳນົດ​ຂອງ IPU ​ແລ້ວ, ບໍ່​ວ່າ​ສະມາຊິກ​ໃດ​ກໍ່​ສາມາດ​ສະ​ເໜີ​ເພີ່ມ​ເຕີມ​ຫົວ​ຂໍ້​ຮີບ​ດ່ວນ​ເຂົ້າ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ IPU. ​ແລະ​ກໍ່​ໃນ​ວັນ​ທີ 30/03, ທີ່​ກອງ​ປະຊຸມ​ຂອງ​ຄະນະ​ປະ​ຈຳ​ກ່ຽວ​ກັບ​ປະ​ຊາທິປະ​ໄຕ ​ແລະ ສິດທິ​ມະນຸດ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາ​ລື​ຮ່າງ​ມະຕິ “ກົດໝາຍ​ສາກົນ​ໃນ​ບັນຫາ​ອະທິປະ​ໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ແລະ ສິດທິ​ມະນຸດ”.

        ຕາມ​ທ່ານ​ເລ​ມິ​ງທົງ, ຮອງ​ຫົວໜ້າ​ຄະນະກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ ​ແລ້ວ, ນີ້​ແມ່ນ​ມະຕິ​ທີ່​ໄດ​້ຮັບ​ການ​ຮຽບຮຽງ​ຈາກ​ກອງ​ປະຊຸມ​ໃຫຍ່ IPU 131 ​​ແຕ່ຍ້ອນ​ຍັງມີ​ຫຼາຍ​ຄຳ​ເຫັນທີ່​ແຕກ​ຕ່າງ​ກັນ ສະ​ນັ້ນ​ຍັງບໍ່​ທັນ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ເຊີ​ແນວ ​ແລະ ​ໃນ​ຄັ້ງ​ນີ້, ດ້ວຍຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ສະມາຊິກລັດຖະສະພາ IPU, ມະຕິ​ສືບ​ຕໍ່​ໄດ້​ນຳ​ມາ​ປຶກສາ​ຫາລື​ຢູ່​ຮ່າ​ໂນ້ຍ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ເອົາ.

        “ນີ້​ແມ່ນ​ມະຕິ​ສຳຄັນ​ພິ​ເສດ, ມັນສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ລະຫວ່າງ​ກົດໝາຍ​ສາກົນ ກັບ​ອະທິປະ​ໄຕ​ຂອງ​ແຕ່ລະ​ປະ​ເທດ ​ແລະ ສຳລັບ​ແຕ່ລະຄົນ. ຫວຽດນາມ ພວກ​ເຮົາ​ໄດ້​ມີ​ການປະກອບສ່ວນ​ສຳຄັນ​ເຂົ້າ​ບັນ​ດາ​ລາຍການ​ປຶກສາ​ຫາລື​ຮ່າ​ງມະຕິ​ຢູ່​ເຊີ​ແນວ. ຫວຽດນາມ ຖືກົດໝາຍ​ສາກົນ​ເປັນ​ສຳຄັນ ​ແລະ ຖື​ວ່າ, ກົດໝາຍ​ສາກົນ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ພົວພັນ​ກັບ​ສາກົນ, ພ້ອມ​ກັນ​ນັ້ນກົດໝາຍ​ສາກົນ​ກໍ່ຕ້ອງ​ເໝາະ​ສົມ​ກັບ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ​ເຄົາລົບ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ສິດທິ​ມະນຸດ, ​ໃນ​ພາກ​ຕົວ​ຈິງ, ກົດໝາຍ​ສາກົນ​ກໍ່​ປົກ​ປ້ອງ​ສິດທິ​ມະນຸດ. ຫວຽດນາມ ຊົມ​ເຊີຍ IPU ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ຫົວ​ຂໍ້​ສຳຄັນ​ດັ່ງກ່າວ ​ແລະ ຫວັງ​ວ່າ​ບັນດາ​ປະ​ເທດ​ຈະປະຕິບັດມະຕິ​​ຢ່າງ​ເຂັ້ມ​ງວດ, ​ເຄົາລົບ​ການ​ປະພຶດ​ໃນ​ການ​ພົວພັນ​ກັບ​ສາກົນ”.

        ທີ່​ກອງ​ປະ​ຊຸມ 2 ຄັ້ງ​ອື່ນ, ບັນດາ​ສະມາຊິກ​ສືບ​ຕໍ່​ປຶ​ກສາ​ຫາລື​ຮ່າງ​ມະຕິ​ກ່ຽວ​ກັບ “ສົງຄາມ​ອີນ​ເຕີ​ແນັ​ດ” ​ແລະ ຫົວ​ຂໍ້​ສະ​ເພາະ “ຕິດຕາມ​ມະຕິ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນ້ຳຂອງ IPU: ມຸ່ງ​ໄປ​ສູ່​ອະນາຄົດ”.

        ກ່ອນ​ໜ້ານັ້ນ, ວັນ​ທີ 29/03, ບັນດາ​ກອງ​ປະຊຸ​ມ​ສຳຄັນ​ໃນ​ຂອບ​ເຂດກອງ​ປະຊຸມ​ໃຫຍ່ IPU 132 ​ເຊິ່ງດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ພ້ອມ​ກັບ​ທ່ານ​ປະທານ IPU Saber Chowdhury, ການ​ນຳ​ຄະນະ​ເລຂາ IPU ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່ ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ໂຄງການ​ດຳ​ເນີນ​ງານ ​ແລະ ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງກອງ​ປະຊຸມ​ໃຫຍ່ຕາມຂໍ້ກຳນົດ​ຂອງ IPU. ສະພາ​ບໍລິຫານ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮັກສາ​ຈຳນວນ​ສະມາຊິກ IPU ​ແມ່ນ 166 ປະ​ເທດ ​ແລະ​ ບໍ່ທັນ​ຮັບ​​ສະມາຊິກ​ໃໝ່; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ 8 ຫົວ​ຂໍ້​ຮີບ​ດ່ວນ​ເພື່ອ​ໃຫ້​ກອງ​ປະຊຸມ​ໃຫຍ່​ຂັດ​ເລືອກ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ IPU 132. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ໄດ້​ດຳ​ເນີນ​ບັນດາ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ກ່ຽວ​ກັບ​ສິດທິ​ມະນຸດ; ຄະນະ​ກຳມະການ​ການ​ເງິນ, ການ​ຄ້າ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ; ຄະນະ​ກຳມະການ​ກ່ຽວ​ກັບ​ສັນຕິພາບ ​ແລະ ຄວາມ​ປອດ​ໄພ​ແຫ່ງ​ຊາດ. ​ແລະກໍ່​ໃນ​ຂອບ​ເຂດກອງ​ປະຊຸມ IPU 132 ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ. ​ຢູ່​ນອກ​ກອງ​ປະຊຸມໃຫຍ່ ກໍ່​ດຳ​ເນີນ​ກອງ​ປະຊຸມຄື “ມຸ່ງ​ໄປ​ເຖິງ​ວິ​ໄສ​ທັດ​ປັກ​ກິ​ງ: ທັດສະນະ​ຂອງ​ເພດ​ຊາຍ”; ກອງ​ປະຊຸມ​ຂອງ​ສະຫະ​ສະມາຄົມ​ບັນດາ​ເລຂາທິການ​ໃຫຍ່ (ASGP), ກອງ​ປະຊຸມ ASGP ຈະ​ສິ້ນ​ສຸດ​ລົ​ງໃນ​ວັນ​ທີ 01/04/2015.
ຂ່າວ/ບົດ​ອື່ນ