ຍາມໃດຫວຽດນາມກໍ່ແມ່ນປະເທດມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ

(VOVWORLD) -ໃນການຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ (20 ກັນຍາ 1977 – 20 ກັນຍາ 2017), ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ:

ຍາມໃດຫວຽດນາມກໍ່ແມ່ນປະເທດມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

(ພາບປະກອບ: TTXVN)

ເລື່ອງຫວຽດນາມ ການເປັນສະມາຊິກສະຫະປະຊາຊາດຢ່າງເປັນທາງການ ໄດ້ເປັນຂີດໝາຍການຮັບຮອງຂອງອົງການທີ່ໃຫຍ່ກວ່າໝູ່ໃນທົ່ວໂລກ ແລະ ປະຊາຄົມສາກົນ ສຳລັບປະເທດຫວຽດນາມ ແຫ່ງສັນຕິພາບເອກະພາບ, ເປັນເອກະລາດ, ເສລີພາບ, ປະຊາທິປະໄຕ. ໃນຕະຫຼອດ 4 ທົດສະວັດຜ່ານມາ, ຫວຽດນາມ ແລະ ສະຫະປະຊາຊາດ ຍາມໃດກໍ່ມານະພະຍາຍາມເພີ່ມພູນຄຸນສ້າງການພົວພັນຮ່ວມມືໃຫ້ນັບມື້ນັບດີງາມ ດ້ວຍບັນດາຜົນງານທີ່ຕັ້ງໜ້າ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ. ໂດຍແມ່ນສະມາຊິກທີ່ຕັ້ງໜ້າມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຍາມໃດຫວຽດນາມ ກໍຖືເປັນສຳຄັນການພົວພັນກັບສະຫະປະຊາຊາດ ແມ່ນບຸລິມະສິດອັນດັບໜຶ່ງຂອງນະໂຍບາຍການຕ່າງປະເທດ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະເພີ່ມທະວີການພົວພັນຮ່ວມມືກັບສະຫະປະຊາຊາດ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ, ຕັ້ງໜ້າປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດສະມາຊິກ ຍົກສູງບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ຊຸກຍູ້ບັນດາການພົວພັນສາກົນຢ່າງຍຸຕິທຳ, ສະເໝີພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊາດ, ຮັບປະກັນຜົນປະໂຫຍດອັນເປັນທຳຂອງທຸກໆປະເທດ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ…

        ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ VOV, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຂອງຫວຽດນາມ ປະຈຳສະຫະປະຊາຊາດຢູ່ນິວຢອກ, ອາເມລິກາ ໃຫ້ຮູ້ວ່າ.

        “ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ ແລະ ຫວຽດນາມ ສືບຕໍ່ເປັນເຈົ້າການກວ່າເມື່ອເຂົ້າຮ່ວມບັນດາວຽກງານລວມຂອງສະຫະປະຊາຊາດ, ໃນນັ້ນມີການຜັນຂະຫຍາຍຄຳໝັ້ນສັນຍາເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ກໍຄືບັນດາວຽກງານລວມຂອງສະຫະປະຊາຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວ ແລະ ໃນການປະຕິຮູບ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບສະຫະປະຊາຊາດ. ເປົ້າໝາຍໃຫຍ່ຂອງຫວຽດນາມ ໃນໄລຍະຕໍ່ໜ້າແມ່ນ ຕ້ອງສຸມໃສ່ມານະພະຍາຍາມເພື່ອປະຕິບັດສຳເລັດການອອກສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ໃຫ້ສຳເລັດ ເພື່ອສືບຕໍ່ເສີມຂະຫຍາຍບົດບາດ ແລະ ຍົກສູງທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ