ຍູ້ແຮງການປະຕິບັດນະໂຍບາຍກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງທຶນກູ້ຢືມຈາກຕ່າງປະເທດ

(VOVWORLD) - ເພື່ອສ້າງສຳເລັດນະໂຍບາຍ, ກົດໝາຍ, ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ ທຶນກູ້ຢືມຈາກຕ່າງປະເທດ ແລະ ຮັກສາວິໄນດ້ານການເງິນຢ່າງມີປະສິດທິຜົນ
ຍູ້ແຮງການປະຕິບັດນະໂຍບາຍກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງທຶນກູ້ຢືມຈາກຕ່າງປະເທດ - ảnh 1(ພາບປະກອບຈາກ Danh Lam/TTXVN)

ຄະນະປະຈຳສະພາແຫ່ງຊາດ ຫາກໍ່ປະກາດໃຊ້ມະຕິ ວ່າດ້ວຍ ບາງໜ້າທີ່ ແລະ ວິທີການສືບຕໍ່ຍູ້ແຮງການປະຕິບັດນະໂຍບາຍກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທຶນກູ້ຢືມຈາກຕ່າງປະເທດ. ຕາມນັ້ນແລ້ວ, ເພື່ອສ້າງສຳເລັດນະໂຍບາຍ, ກົດໝາຍ, ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ ທຶນກູ້ຢືມຈາກຕ່າງປະເທດ ແລະ ຮັກສາວິໄນດ້ານການເງິນຢ່າງມີປະສິດທິຜົນ, ຄະນະປະຈຳສະພາແຫ່ງຊາດ ຮຽກຮ້ອງໃຫ້ລັດຖະບານສຸມໃສ່ການສຳຫຼວດກວດຄືນລະບົບກົດໝາຍ ແລະ ສະພາບການຜັນຂະຫຍາຍການປະຕິບັດ ບັນດາຂໍ້ກຳນົດຂອງກົດໝາຍ ວ່າດ້ວຍແຫຼ່ງທຶນກູ້ຢືມຈາກຕ່າງປະເທດ;  ສືບຕໍ່ສ້າງສຳເລັດບັນດາຂໍ້ກຳນົດກົດໝາຍທີ່ກ່ຽວຂ້ອງເຖິງເລື່ອງ ລະດົມ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງທຶນ ODA, ທຶນກູ້ຢືມບຸລິມະສິດຈາກຕ່າງປະເທດ; ຄົ້ນຄວ້າ, ສ້າງສຳເລັດ ແລະ ສະເໜີສະພາແຫ່ງຊາດປັບປຸງ ກົດໝາຍວ່າດ້ວຍການລົງທຶນຂອງລັດໂດຍໄວ, ຮັບປະກັນໃຫ້ເໝາະສົມກັບລັດຖະທໍາມະນູນ, ເປັນເອກະພາບ, ມີຄວາມຄົບຊຸດກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

ຄຽງຄູ່ກັນນັ້ນ, ລັດຖະບານຄວນສ້າງຍຸດທະສາດລະດົມທຶນກູ້ຢືມຈາກຕ່າງປະເທດ ໃຫ້ເໝາະສົມກັບຍຸດທະສາດການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ, ເງື່ອນໄຂ, ລະດັບບຸລິມະສິດຂອງບັນດາແຫຼ່ງທຶນທີ່ສະຫງວນໃຫ້ແກ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ