ຍູ້ແຮງການປະຕິຮູບລະບອບລັດຖະການ, ລັດຖະກອນ

ຍູ້ແຮງການປະຕິຮູບລະບອບລັດຖະການ, ລັດຖະກອນ - ảnh 1
(ທ່ານ ເຈິ່ນ​ແອງ​ຕ໋ວນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ)

(vovworld)- ຕອນ​ເຊົ້າ​ວັນ​ທີ 29/9, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບອບ​​ລັດ​ຖະ​ການ, ລັດ​ຖະ​ກອນ ​ໄດ້ຈັດ​ຕັ້ງ​ພິ​ທີ​ເປີດນຳ​ໃຊ້​ໜ້າ​​ເວັບ ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕ​ນິກ ກ່ຽວ​ກັບ ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບອ​ບ​​ລັດ​ຖະ​ການ,ລັດ​ຖະ​ກອນ ດ້ວຍ​ຊື່​ໜ້າ​ເວັບ​ແມ່ນ : http://caicachcongvu.gov.vn. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ເຈິ່ນ​ແອງ​ຕ໋ວນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການຍູ້​ແຮງ​ ການ​ປະ​ຕິ​ຮູບ​ລະ​ບ​ອບ​​ລັດ​ຖະ​ການ,ລັດ​ຖະ​ກອນ ໃຫ້​ຮູ້​ວ່າ :

ນີ້​ແມ່ນ​ເວ​ທີ​ປາ​ໄສ​ສຳ​ຄັນ, ຜ່ານນັ້ນ​ ແນ​ໃສ່​ເພີ່ມ​ທະ​ວີ​​ການໂຄ​ສະ​ນາ​ເຜີຍ​ແຜ່, ເປັນ​ເອ​ກະ​ພາບ​​ຕໍ່​ຄວາມຮັບ​ຮູ້​ກ່ຽວ​ກັບ​ການ​ປະ​ຕິ​ຮູບ, ແນະ​ນຳ​ວີ​ທີ​ການ, ແລກ​ປ່ຽນ​ຂໍ້ມູນ​ຂ່າວ​ສານ​ ແລະ ເຜີຍ​ແຜ່​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ ບັນ​ດາ​ເນື້ອ​ໃນ​ການ​ປະ​ຕິ​ຮູບ​ຂອງ​ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ອົງ​ການ, ຫົວ​ໜ່ວຍ. ບັນ​ດາ​ສຳ​ນັກ​ງານ, ອົງ​ການ, ຫົວ​ໜ່ວຍ ແລະ ປະ​ຊາ​ຊົນ​ຈະ​ກຳ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ກ່​ຽວ​ກັບ​ການ ປະ​ຕິ​ຮູບ​ລັດ​ຖະ​ການ,ລັດ​ຖະ​ກອນ. ”

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເຈິ່ນ​ແອງ​ຕ໋ວນ ສະ​ເໜີ​ໃຫ້​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ລັດ​ຖະ​ການ,ລັດ​ຖະ​ກອນ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ ແລກ​ປ່ຽນ, ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ຕິ​ຮູບ​ລັດ​ຖະ​ການ,​ລັດ​ຖະ​ກອນຢູ່​ໜ້າ​ເວັບ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕ​ນິກນີ້ເປັນ​ປະ​ຈຳ.

ຂ່າວ/ບົດ​ອື່ນ