ຍູ້ແຮງການພົວພັນມິດຕະພາບ,ຮ່ວມມືລະຫວ່າງກຳມະບານຫວຽດນາມ-ຍີ່ປຸ່ນ

ຍູ້ແຮງການພົວພັນມິດຕະພາບ,ຮ່ວມມືລະຫວ່າງກຳມະບານຫວຽດນາມ-ຍີ່ປຸ່ນ - ảnh 1
ຍູ້ແຮງການພົວພັນມິດຕະພາບ,
ຮ່ວມມືລະຫວ່າງກຳມະບານຫວຽດນາມ-ຍີ່ປຸ່ນ
(ພາບ: dangcongsan.vn)


​(vovworld) - ຄະນະ​ຜູ້​ແທນ​ຂັ້ນ​ສູງອົງການກຳມະບານ​ຍີ່ປຸ່ນ ​ໂດຍ​ທ່ານ​ຮອງ​ເລຂາທິການ​ໃຫຍ່ Michiyo Nambu ​ນຳ​ໜ້າ​ໄດ້ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 30/06 – 04/07, ຕອນ​ບ່າຍ​ວັນ​ທີ 01/07, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນສະຫະພັນ​​ໃຫຍ່​ແຮງ​ງານ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ຜູ້​ປະຈຳການ ​ເຈີ​ນ​ແທງ​ຫາຍ ນຳ​ໜ້າ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້ກັນຊາບ ​ແລະ ​ແບ່ງ​ປັນບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ກຳມະບານ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຢືນຢັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ຍູ້ແຮງ​ການ​ພົວພັນ​ມິດ​ຕະພາບ, ການ​ຮ່ວ​ມມື​ລະຫວ່າງ​ອົງການ​​ກຳ​ມະບານຂອງ 2 ປະ​ເທດ​ກວ່າ​ອີກ. ທ່ານ ​ເຈີ​ນ​ແທງ​ຫາຍ ຢືນຢັນ​ວ່າ, ສະຫະພັນ​​ໃຫຍ່​ແຮງ​ງານ​ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ, ການ​ສະໜັບສະໜູນ ​ແລະ ​ແບ່ງປັນ​ບົດຮຽນ​ຂອງອົງການກຳມະບານ​ຍີ່ປຸ່ນ ​ໃນ​ຄວາມ​ມານະ​ພະຍາ​ຍາມ​ກໍ່ສ້າງ​ຂະ​ບວນການກຳມະ​ບານ​ຢ່າງ​ແຮງຢູ່​ຫວຽດນາມ.         ທ່ານ Michiyo Nambu ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ຂອງ​ຄະນະ​ຢູ່ຫວຽດນາມ ຈະ​ປະກອບສ່ວນ​ເພີ່ມ​ທະວີ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມືທີ່ສະໜິດ​ແໜ້ນ, ດີງາມ​ລະຫວ່າງ 2 ຝ່າຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳມະບານ​ບັນດາ​ແຂວງ, ນະຄອນ​ຂອງ 2 ປະ​ເທດ ຈະ​ເພີ່ມ​ທະວີ​ການ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື, ສ້າງ​ການ​ພົວພັນ​​ໃຫ້​ດີງາມ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ