ຍູ້ແຮງການພົວພັນຮອບດ້ານຫວຽດນາມ-ລາວ

ຍູ້ແຮງການພົວພັນຮອບດ້ານຫວຽດນາມ-ລາວ - ảnh 1
ພິທີຕ້ອນຮັບທ່ານທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​
ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ, ວັນ​ທີ 25/04 ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ ​ເລີ່ມຕົ້ນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​​ໃນ​ລະຫວ່າງ​ວັນ​ທີ 25 – 27/04. ທີ່​ການ​ພົບ​ປະ​ເຈລະຈາ ພາຍຫລັງ​ພິທີ​ຕ້ອນຮັບທີ່​ໄດ້​ດຳ​ເນີນ​​ໃນ​ຕອນ​ເຊົ້າ​ວັນ​ທີ 25/04, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ:

        “ມື້​ນີ້, ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ມີ​ຄວາມປິ​ຕິ​ຊົມ​ຊື່ນ​ ແລະ ພາກພູມ​ໃຈທີ່​ສຸດ ​ທີ່​ໄດ້​ຮັບ​ຕ້ອນທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ລາວ ມາ​ຢ້ຽມ​ຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ​ເຊິ່ງນຳ​ມາ​ໃຫ້​ພວກ​ຂ້າພະ​ເຈົ້າອາລົມ​ຈິດອັນ​ເລິກ​ເຊິ່ງ​ແຫ່ງ​ນ້ຳ​ໃຈ​ມິດຕະພາບທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ສະໜິດ​ຕິດ​ພັນ, ສັດ​ຊື່​ບໍລິສຸດ, ​ໂປງ​​ໄສຂອງ​ພັກ, ລັດ ​ແລະ ປະຊາຊົນ ລາວ. ການ​ຢ້ຽມຢາມ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ​ແມ່ນ​ເຫດການ​ສຳຄັນ​ທີ່​ສຸດ, ​ເຊິ່ງ​ໄດ້ດຳ​ເນີນ​​ພາຍຫລັງ​ກອງ​ປະຊຸມ​ໃຫຍ່ຂອງ​ແຕ່ລະ​ພັກ ​ແລະ ການ​ເລືອກ​ຕັ້ງ​ສະມາຊິກສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ຂອງ ລາວປະສົມ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ ຫວຽດນາມ ຄັ້ງນີ້ຂອງ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ຈະ​ເປັນ​ຂີດ​ໝາຍ​ສຳ​ຄັນ​ ປະກອບ​ສ່ວນ​ຊຸກຍູ້​ກາ​ນພົວພັນ​ລະຫວ່າງ 2 ພັກ, 2 ລັດ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່”.

        ສ່ວນ​ທ່ານ​​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນຍັງ ວໍລະ​ຈິດ ຖື​ວ່າ:

                                            

        ທີ່​ການ​ພົບ​ປະ​ເຈລະຈາ, ການ​ນຳ 2 ທ່ານ​​ໄດ້​ແລກປ່ຽນ​ຄຳ​ເຫັນ ​ແລະ ບັນດາ​ມາດ​ຕະການ​ຊຸກຍູ້ການ​ປະຕິ​ບັນ​ບັນດາ​ຂໍ້​ຕົກ​ລົງຂັ້ນ​ສູງຂອງ 2 ພັກ, 2 ລັດ​ປີ 2016 ​ແລະ ຊຸ​ມ​ປີ​ຕໍ່​ໄປ​ຢ່າງ​ມີ​ປະສິດທິ​ຜົນ.

      ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທ​​ດ ລາວ ບຸນ​ຍັງ ວໍລະ​ຈິດ ຢັ້ງຢືນ: ​ບໍ່​ວ່າ​ໃນ​ສະພາບການ​ໃດ, 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ ກໍ່​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປົກປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນສ້າງສາຍ​ພົວພັນ​ພິ​ເສດ ຫວຽດນາມ - ລາວ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບ ຈະ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຮອບ​ດ້ານ ຫວຽດນາມ - ລາວ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ນ້ຳ​ໃຈ​​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ການ​ຮ່ວມ​ມື​ຢ່າງ​ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສະຫງວນ​ບຸລິມະສິດ​ໃຫ້​ກັນ, ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ​້ກັນ ພ້ອມ​ກັນ​ພັດທະນາ​ ເພື່ອຄວາມ​ວັດທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມມື ​ແລະ ພັດທະນາ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ໂລກ. 2 ຝ່າຍ​​ເນັ້ນ​ໜັກວ່າ ຈະສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ​ບັນ​ດາ​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ທິດ​ສະ​ດີ ​ແລະ ພຶດຕິ​ກ​ຳຕົວ​ຈິງກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ; ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ປີ 2017 ​ເປັນ​ຢ່າງດີ.

        2 ຝ່າຍ​ຢັ້ງຢືນ​ວ່າ: ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ບັນ​ຫາ​ສາກົນ ​ແລະ ພາກ​ພື້ນ, ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ຕັ້ງໜ້າ​ປະກອບສ່ວນ​ສ້າງ​ປະຊາ​ຄົມ​ອາ​ຊຽນ; ສົມທົບກັນ ​ແລະ ສົມທົບ​ກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​​​ໃຫ້​ມີ​ປະສິ​ດທິຜົນ ​ແລະ ຍືນ​ຍົງ; ສົມທົບ​ກັນປະຕິ​ບັດ​ບັນດາ​ໂຄງການ​ຮ່ວມ​ມື​ຢູ່​ເຂດ 3 ຫຼ່ຽມພັດທະນາ ລາວ - ຫວຽດນາມ - ກຳປູ​ເຈຍ ຢ່າ​ງມີ​ປະສິດທິ​ຜົນ​; ຫວຽດນາມ ຕັ້ງໜ້າ​ສະໜັບສະໜູນ, ​ແບ່ງປັນ​ບົດຮຽນ ​ເພື່ອ​ໃຫ້ ລາວ ສຳ​ເລັດ​ໜ້າ​ທີ່​ສຳຄັນ​ເປັນ​ປະ​ທານ ອາ​ຊຽນປີ 2016. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົ​ບປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເຫັນ​ດີ​ເປັນ​ເອກະສັນ ຊຸກຍູ້​ການແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​ສັນ​ຕິ​ພາບ ບົນ​ພື້ນ​ຖານ​ກົດ​ໝາຍສາກົນ; ພ້ອມ​ກັບ​ບັນດາ​ຝ່າຍ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວກັບ​ການ​ປະພຶດ​ຂອງ​​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດ​ທິຜົນ ​ແລະ ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ ​ແນ​ໃສ່​ປົກ​ປັກ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ຢູ່ໃນ​ໂລກ.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກຢືນຢັນ​ວ່າ, ລັດຖະບານ ຫວຽດນາມ​ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ລັດຖະບານ ລາວ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງສາຍພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ທີ່​ມີ​ຢູ່​ແລ້ວ​ໃຫ້​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ, ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ອາ​ຊຽນ; ສູ້​ຊົນ​ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ,​ ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ; ຮັກສາ​ຫຼັກ​ໝັ້ນ ​ແລະ ທັດສະນະ​ລວມຂອງ​ ອາ​ຊຽນ​ໃນ​ບັນດາ​ບັນຫາ​ສຳຄັນ​ ​ແລະ ຈຳ​ເປັນ​ສຳລັບ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ບັນຫາ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງນຳ້​ແມ່​ນຳ້ຂອງ​ຢ່າງ​ມີ​ປະສິດທິ​ຜົນ.

        ທີ່​ການ​ພົບ​ປະ​ເຈລະຈາກັບທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 25/4 ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ​ໃນ​ຂົງ​ເຂດ​ນິຕິບັນ​ຍັດ, ຕິດຕາມ​ກວດກາ ​ແລະ ຕັດສິນ​ບັນດາ​ບັນຫາ​ໃຫຍ່​ຂອງ​ປະ​ເທດ​ຊາດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊີ້​ນຳ, ຕິດຕາມ​ກວດກາ​ການ​ປະຕິບັດ​ຂໍ້​ຕົກລົງ​ຂັ້ນ​ສູງ, ບັນດາ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ ປາຖະໜາ​ວ່າ, ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ສືບ​ຕໍ່​ຍູ້​ແຮງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ຕອນ​ຄຳ່​ຂອງ​ວັນ​ດຽວ​ກັນ, ຢູ່​ສູນ​ກອງ​ປະຊຸມ​ສາກົນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ​ຮັບ​ຕ້ອນ​ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ ພ້ອມ​ກັບ​ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ລາວ​ທີ່​ມາຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ​ເປັນ​ທາງ​ການ​ຢ່າງ​ສົມ​ກຽດ.


ຂ່າວ/ບົດ​ອື່ນ